ຜັກພື້ນເມືອງແສນດີ ຄຸນຄ່າທີ່ຄວນອະນຸຮັກໄວ້

ຜັກພື້ນເມືອງແສນດີ ຄຸນຄ່າທີ່ຄວນອະນຸຮັກໄວ້

Andy Souvanphakdy
ຜັກພື້ນເມືອງ ກໍຄືຊະນິດພືດຜັກ ຫຼື ພັນໄມ້ພື້ນເມືອງທີ່ມີຢູ່ໃນທ້ອງຖິ່ນຕ່າງໆ ແລະ ຊາວບ້ານກໍນຳມາບໍລິໂພກ ແລະ ໃຊ້ປະໂຫຍດ ທັງນຳໃຊ້ເປັນອາຫານ ໃຫ້ຄຸນຄ່າທາງໂພຊະນາການ ມີບົດບາດສຳຄັນໃນການດຳລົງຊີວິດປະຈຳວັນຂອງປະຊາຊົນບັນດາເຜົ່າ, ເປັນຜັກທີ່ເກີດໃນແຫຼ່ງທຳມະຊາດຕາມປ່າເຂົາ, ໜອງບຶງ, ແຄມນໍ້າ ຫຼື ຊາວບ້ານນຳມາປູກໄວ້ເພື່ອຄວາມສະດວກໃນການນຳໃຊ້ປະໂຫຍດໃນດ້ານຕ່າງໆ.
ຊີວະນາໆພັນກະສິກຳ
phakhaolao.la
phakhaolao.la

ເມື່ອເວົ້າເຖິງຈຳນວນຊະນິດພືດພື້ນເມືອງໃນປະເທດລາວນັ້ນ ເຫັນໄດ້ວ່າມີຈຳນວນບໍ່ໜ້ອຍເລີຍ, ພຽງແຕ່ຊະນິດທີ່ມີຢູ່ໃນປະເທດລາວນັ້ນ ເຫັນໄດ້ວ່າມີຫຼາຍເຖິງ 5,200 ກວ່າຊະນິດ (ປຶ້ມບັນຊີລາຍຊື່ພືດໃນ ສປປ ລາວ)

ຜັກພື້ນເມືອງແຕ່ລະຊະນິດມີຊື່ຮຽກເປັນເອກະລັກຂອງແຕ່ລະເຂດ ເຊິ່ງໝາຍຄວາມວ່າໃນແຕ່ລະພື້ນທີ່ມີຊື່ຮຽກທີ່ແຕກຕ່າງກັນເຊັ່ນ: "ຜັກເນົ່າ" ເປັນຊື່ຮຽກສຳລັບບາງພື້ນທີ່ໃນແຂວງຊຽງຂວາງ ແຕ່ແຂວງວຽງຈັນບາງພື້ນທີ່ກໍຮຽກວ່າ "ຜັກຂະ" ເຊິ່ງຄວາມຈິງແລ້ວ ຜັກເນົ່າ ແລະ ຜັກຂະເປັນຜັກຊະນິດດຽວກັນ. 

ສິ່ງດັ່ງກ່າວຄືຄວາມມະຫັດສະຈັນຂອງຜັກພື້ນເມືອງ ແຕ່ຫຼາຍກວ່າຄວາມຫຼາກຫຼາຍທາງດ້ານຊື່ຮຽກກໍຄື ໂພຊະນາການ ແລະ ສັບພະຄຸນທາງການຢາ ບຳລຸງຮ່າງກາຍ ສຳລັບປິ່ນປົວພະຍາດຕ່າງໆ. ນອກນັ້ນ, ຍັງນຳມາປະກອບເປັນອາຫານຈານແຊບໃນແຕ່ລະມື້ ບໍ່ວ່າຈະນຳມາລວກຜັກກັບແຈ່ວ, ຂົ້ວ, ຫຼື ແກງໃສ່ປູປາເປັນຕົ້ນ.

ຜັກເນົ່າຈະມີກີ່ນແຮງ ແຕ່ກໍ່ມີຫຼາຍຄົນມັກເພາະວ່າເວລາຕົ້ມໃສ່ກັບແກ້ງໜໍ່ໄມ້ແລ້ວເຮັດໃຫ້ມີລົດຊາດແຊບ, ເປັນສ່ວນປະກອບຂອງຊຸບຜັກຕ່າງໆ. ຜັກເນົ່ານອກຈາກຈະເປັນອາຫານແລ້ວຍັງເປັນຢາທີ່ມີສັບພະຄູນຫຼາຍຢ່າງເຊັ່ນ: ຊ່ວຍລົດຄວາມຮ້ອນໃນຮ່າງກາຍ, ສາມາດລົດອາການຈຸສຽດທ້ອງແໜ້ນເຟີ, ຊ່ວຍລະບາຍກ໊າສໃນກະເພາະອາຫານ

ແນ່ນອນວ່າສຳລັບພືດຜັກນັ້ນໃຫ້ປະໂຫຍດກໍອາດຈະໃຫ້ໂທດໄດ້ ຖ້າຫາກນຳໃຊ້ບໍ່ຖືກວິທີ, ໃຊ້ໃນປະລິມານທີ່ຜິດ ເປັນຕົ້ນ. ດັ່ງນັ້ນ, ຂໍ້ແນະນຳສຳລັບການນຳໃຊ້ ແລະ ບໍລິໂພກແມ່ນໃຫ້ສຶກສາຈາກແຫຼ່ງທີ່ເຊື່ອຖືໄດ້ເຊັ່ນ ຈາກຊ່ຽວຊານ ຫຼື ຈາກພູມປັນຍາຊາວບ້ານ, ນຳໃຊ້ ແລະ ບໍລິໂພກເທົ່າທີ່ເຄີຍໃຊ້ ເຄີຍເຫັນ. 

ສຳລັບພູມປັນຍາຊາວບ້ານໃນການນຳໃຊ້ພືດນັ້ນຖືວ່າເປັນມູນມໍລະດົກສືບທອດ ທີ່ສຳຄັນຫຼາຍ, ນັບແຕ່ອາດີດຈົນເຖິງປັດຈຸບັນ ມະນຸດເຮົາໄດ້ອາໄສ ແລະ ດຳລົງຊີວິດຢູ່ຮ່ວມກັບທຳມະຊາດ, ຕົ້ນໄມ້ໃບຫຍ້າຄືເພື່ອນທີ່ມີຄວາມຊື່ສັດ ແລະ ຢູ່ຮ່ວມກັບມະນຸດເຮົາໄດ້ດ້ວຍດີສະເໝີ ເຊັ່ນດຽວກັນກັບການເກັບກຳຄວາມຮູ້ພູມປັນຍາຊາວບ້ານ ແລະ ວັດທະນະທຳອັນຫຼາກຫຼາຍ ໄດ້ພັດທະນາຂ້າມຜ່ານເວລາຫຼາຍເປັນພັນປີ ກາຍເປັນຄວາມເຂົ້າໃຈ ແລະ ຄຸ້ນເຄີຍໂດຍລວມ (ພຶກສາສາດພື້ນບ້ານ)

ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນເຖິງຄວາມຈຳເປັນ ແລະ ສຳຄັນຂອງພືດຜັກພື້ນເມືອງ ເຊິ່ງເປັນສ່ວນໜຶ່ງຂອງຊີວະນາໆພັນອັນຫຼາກຫຼາຍ, ແຕ່ໜ້າເສຍດາຍທີ່ປະຈຸບັນຫາກຈະຫາພືດຜັກພື້ນເມືອງນັ້ນແມ່ນບໍ່ງ່າຍເລີຍ, ເນື່ອງຈາກ ອາຫານການກິນຂອງຄົນເຮົາໃນປະຈຸບັນແມ່ນມີການພັດທະນາໝຸນວຽນໄປຕາມການເວລາ. ດ້ວຍເຫດຜົນດັ່ງກ່າວ ເຮົາຄວນທີ່ຈະມີການສະໜັບສະໜຸນອະນຸຮັກ ສົ່ງເສີມການປູກ ແລະ ການບໍລິໂພກໃຫ້ຫຼາຍຂຶ້ນ ພ້ອມທັງສົ່ງເສີມການຂະຫຍາຍຊະນິດພັນທີ່ຫາຍາກໃກ້ສູນພັນ ໃຫ້ລູກຫຼານໄວໜຸ່ມຍຸກໃໝ່ໄດ້ຮັບປະທານພັກພື້ນເມືອງ ເພື່ອປະໂຫຍດຂອງສຸຂະພາບ ແລະ ການອະນຸຮັກໄວ້ຕະຫຼອດໄປ.

ທ່ານສາມາດສຶກສາກ່ຽວກັບຊະນິດພືດຜັກພື້ນເມືອງ ຫຼື ພືດຜັກທີ່ມີໃນປະເທດລາວໄດ້ແລ້ວທີ່ https://www.phakhaolao.la/kb

Contribute