ແນະນຳ 6 ສະໝຸນໄພ ບຳລຸງສະໝອງ ຊ່ວຍຄວາມຈື່ຈຳ

ແນະນຳ 6 ສະໝຸນໄພ ບຳລຸງສະໝອງ ຊ່ວຍຄວາມຈື່ຈຳ

Buavone
ພືດຜັກ ນອກຈາກຈະເປັນອາຫານການກິນຊ່ວຍໃຫ້ຮ່າງກາຍຈະເລີນເຕີບໂຕແລ້ວຍັງມີສັບພະຄຸນເປັນຢາ ເສີມສ້າງໂພຊະນາການໃຫ້ຮ່າງກາຍອີກດ້ວຍ.
ຊີວະນາໆພັນກະສິກຳ
phakhaolao.la
www.phakhaolao.la

ດັ່ງທີ່ຫຼາຍໆຄົນຮູ້ກັນແລ້ວ່າພືດຜັກມີປະໂຫຍດຫຼາກຫຼາຍທັງທາງກົງ ແລະ ທາງອ້ອມ, ສະນັ້ນເນື້ອຫາສຳລັບຫົວຂໍ້ນີ້ຈຶ່ງຈະມານຳສະເໜີກ່ຽວກັບສະໝຸນໄພທີ່ຊ່ວຍໃນເລື່ອງການບຳລຸງສະໝອງ ເສີມສ້າງຄວາມຈຳ ລວມທັງໝົດ 6 ຊະນິດດ້ວຍກັນ ທີ່ສຳຄັນຄືນອກຈາກຈະເປັນສະໝຸນໄພທີ່ຫາໄດ້ຕາມທຳມະຊາດແລ້ວ ຍັງສາມາດປູກເອງໄດ້ ເຊິ່ງຈະມີພຶດຊະນິດໃດແດ່ມາເບິ່ງກັນເລີຍ:

  1. ຜັກອີຮູມ ອີງໃສ່ຜົນການຄົ້ນຄວ້າວິທະຍາສາດຂອງຫຼາຍປະເທດເຫັນວ່າໃບຜັກອີ່ຮຸມມີຄຸນປະໂຫຍດຢ່າງຫຼວງຫຼາຍທີ່ໜ້າມະຫັດສະຈັນ ເປັນອາຫານເສີມທີດີ ເພື່ອສຸຂະພາບຂອງຄົນເຮົາໃນການດໍາລົງຊີວີດປະຈໍາວັນ, ມີຫຼາຍທາດທີ່ມີຄຸນໂຫຍດເປັນຕົ້ນຄືສານທີ່ອອກລິດຕ້ານທາດອະນຸມຸນອິດສະຫຼະ, ປ້ອງກັນສະໝອງເສື່ອມ, ຊ່ວຍເລື່ອງຄວາມຈໍາ.

  2. ຕົ້ນກະຈຽບ ມີສັບພະຄຸນ ຊ່ວຍໃນສ່ວນຂອງການບຳລຸງສະໝອງ ແລະ ປ້ອງກັນພະຍາດຫຼອດເລືອດຕີບ ໂດຍສ່ວນທີ່ໃຊ່ແມ່ນສ່ວນໝາກ.

  3. ຜັກຊານາລີ ເປັນພືດລົ້ມລຸກມີປະໂຫຍດເລື່ອງສັບພະຄຸນເປັນຢາ ຊ່ວຍບໍາລຸງສະໝອງ ຊ່ວຍເລື່ອງຄວາມຈື່ຈໍາ. ສາມາດນໍາໄປປະກອບອາຫານ ແລະ ຄັ້ນເປັນນໍ້າດື່ມສະໝຸນໄພເພື່ອສຸຂະພາບໄດ້.

  4. ຕົ້ນຂີ້ເຫັງນ ຈັດເປັນຕົ້ນໄມ້ຂະໜາດໃຫຍ່, ໝາກກິນແລ້ວບຳລຸງສະໝອງ, ຊ່ວຍໃຫ້ສະຫຼາດຂື້ນ ຫຼື ໃຊ້ຮັບປະທານ ດ້ວຍການນໍາໄປເຮັດຂະໜົມໄດ້.

  5. ໝາກເຂືອຍາວ ອຸດົມໄປດ້ວຍວິຕາມິນນາໆຊະນິດ ໂດຍສະເພາະວິຕາມິນບີ ວິຕາມິນບີ 1 ແລະ 2 ເປັນຕົ້ນ ເຊິ່ງວິຕາມິນເຫຼົ່ານີ້ລ້ວນແລ້ວແຕ່ມີສ່ວນຊ່ວຍການເຮັດວຽກຂອງລະບົບປະສາດ ແລະ ສະໝອງ.

  6. ເຄືອໝາກແຕກ ຍອດອ່ອນ ສາມາດນຳມາລວກ ຫຼື ຕົ້ມໃຫ້ຈືດແລ້ວກິນກັບແຈ່ວ. ແກ່ນ ແລະ ນໍ້າມັນ ມີການກ່າວກັນວ່າເປັນຢາບຳລຸງສະໝອງ ເຮັດໃຫ້ມີຄວາມສຽບແຫຼມ ແລະ ສະຫຼາດສະຫຼຽວ ນອກຈາກນັ້ນ ກໍ່ຍັງເປັນຢາປິ່ນປົວພະຍາດປະດົງຂໍ້ ແລະ ອຳມະພາດ ຂອງລະບົບປະສາດສ່ວນກາງ.

 

Contribute