ໝາດກະຈາຍ / White Mugwort

ໝາດກະຈາຍ / White Mugwort

Use
Food
Medicine
Scientific Name / Family
Artemisia lactiflora Wall. ex DC. / ASTERACEAE
Synonyms
Artemisia lactiflora f. incisa Pamp.
Artemisia lactiflora f. lactiflora
Artemisia lactiflora var. lactiflora
Artemisia septemlobata H.Lév. & Vaniot
Artemisia septemlobata var. septemlobata
Other Names
ໄທ: ແກ້ວເມືງຈີນ ແລະ ດອກແກ້ເມືອງຈີນ
ຈີນ: 白苞蒿, 角菜, 乳白艾, 珍珠菜, 納艾香, 香甜菜 ແລະ 甜菜子
ອັງກິດ: White Mugwort
ຫວຽດນາມ: Ngải chân vịt, Tăng ky, Rau bốn mùa, Ngải trắng, Tăng ki ແລະ Tan qui
Botanical Description

ຈັດເປັນພືດລົ້ມລຸກ, ອາຍຸຫຼາຍປີ. ລຳຕົ້ນສູງປະມານ 1.5 ມ, ມ່ວງເຂັ້ມ ຫຼື ສີມ່ວງປົນຂຽວ. ໃບດ່ຽວ, ອອກວຽນສະຫຼັບ, ຮູບຝາມື, ກວ້າງ 6-8 ຊມ, ຍາວ 8-10 ຊມ, ໂຄນໃບມົນ ຫຼື ເປັນວັດ, ຂອບເປັນວັກ, ປາຍເປັນແສກເລິກ 3-5 ແສກຄ້າຍນິ້ວມື. ກ້ານໃບແປ, ຍາວປະມານ 4 ຊມ. ຊໍ່ດອກແບບແຕກແໜງ, ອອກຕາມປາຍຍອດ, ຍາວ 20-30 ຊມ. ຊໍ່ດອກຍ່ອຍອອກເປັນກະຈຸກ. ດອກຍ່ອຍມີຈຳນວນຫຼາຍ, ສີຂາວ. ໝາກແຫ້ງ, ຂະໜາດນ້ອຍຫຼາຍ.

Description of Use

ອາຫານ:
    ໃບ: ສາມາດນຳມາປະກອບເປັນອາຫານຕົ້ມເລືອດໝູ ແລະ ອີກຫຼາຍເມນູ.
ສັບພະຄຸນ:
    ໃບ: ຕົ້ມໃສ່ໄກ່ກິນບຳລຸງກຳລັງ, ແກ້ອາການເຈັບຫຼັງ ແລະ ເຈັບແອວ.
    ລຳຕົ້ນ ແລະ ໃບ: ຊ່ວຍເຮັດໃຫ້ປະຈຳເດືອນມາປົກກະຕິ, ມີສານທີ່ຊ່ວຍຕ້ານອານຸມູນອິດສະຫຼະໄດ້ຫຼາຍຊະນິດ, ເຊິ່ງສານເຫຼົ່ານີ້ຊ່ວຍກະຕຸ້ນພູມຄຸ້ມກັນ ແລະ ຊ່ວຍຫຼຸດຄວາມເຊື່ອມຂອງຈຸລັງຕ່າງໆ.
    ໃບ ແລະ ກ້ານດອກ: ເປັນຢາຊູກຳລັງ, ຮັກສາພາຍນອກແກ້ອາການຜິດປົກກະຕິຂອງປະຈຳເດືອນ ແລະ ຮັກສາຄວາມຜິດປົກກະຕິຂອງຕັບ.
    ທັງຕົ້ນ: ຊ່ວຍຂັບລົມໃນລຳໄສ້, ກະເພາະອາຫານ, ຊ່ວຍກະຕຸ້ນການຍ່ອຍກະເພາະອາຫານ, ແກ້ອາການແໜ້ນທ້ອງ, ສຽດທ້ອງ, ຊ່ວຍບຳລຸງປອດ, ຟອກເລືອດ, ກະຕຸ້ນການໄຫຼວຽນຂອງເລືອດໄດ້ດີ, ຊ່ວຍກະຕຸ້ນພູມຄຸ້ມກັນ, ຊ່ວຍປັບຄວາມສົມດູນຂອງຮ່າງກາຍ, ຊ່ວຍດັບພິດ ແລະ ແກ້ອາການອັກເສບ.
    ສານສະກັດ: ສາມາດປ້ອງກັນ ແລະ ຊ່ວຍຢັບຢັ້ງການເຕີບໂຕຂອງຈຸລັງມະເຮັງ ແລະ ຊ່ວຍຮັກສາໄຂ້ມາລາເຣຍໄດ້ດີ.
ນ້ຳມັນຫອມລະເຫີຍ:
    ລຳຕົ້ນ ແລະ ໃບ: ມີສານຫອມລະເຫີຍທີ່ປະກອບດ້ວຍໄລໂມນີນ, ຊິວນີນ ແລະ ສານໄກຼໂຄໄຊດ໌ ເຊິ່ງມີຊື່ວ່າ ອະປິອີນ ສານສຳຄັນເຫຼົ່ານີ້ຊ່ວຍປັບຄວາມດັນເລືອດໄດ້ເປັນຢ່າງດີ.
ຂໍ້ມູນການສຶກສາ:
    ທັງຕົ້ນ: ພົບສານຟຼາໂວນອຍ, ເບຕ້າແຄໂຣທີນ, ໄຣໂບຟຼາວີນ ແລະ ວິຕາມິນຊີ ເຊິ່ງສານສຳຄັນເຫຼົ່ານີ້ລ້ວນແຕ່ມີສ່ວນຊ່ວຍແກ້ອາການອັກເສບ, ດັບພິດ, ຮັກສາອາການຜື່ນຄັນ ແລະ ຮັກສາຜິວໜັງທີ່ເປັນຕຸ່ມເປັນຝີ.
ຂໍ້ຄວນລະວັງ:
    ແມ່ຍິງມີລູກບໍ່ຄວນຮັບປະທານສະໝູນໄພຊະນິດນີ້, ເນື່ອງຈາກຈະເຮັດໃຫ້ເກີດອາການລຸລູກ ຫຼື ເປັນອັນຕະລາຍຕໍ່ລູກໃນທ້ອງ.
    ຄົນທີ່ມີຄວາມດັນຕໍ່າບໍ່ຄວນຮັບປະທານໃນປະລິມານຫຼາຍອາດຈະເຮັດໃຫ້ຄວາມດັນຕ່ຳໄປອີກ.

Contribute