ກອງປະຊຸມເຜີຍແຜ່ດຳລັດວ່າດ້ວຍແນວພັນພືດ

ກອງປະຊຸມເຜີຍແຜ່ດຳລັດວ່າດ້ວຍແນວພັນພືດ

phakhaolao.la
phakhaolao.la

ການຜະລິດກະສິກຳຖືເປັນອາຊີບຕົ້ນຕໍທີ່ສຳຄັນຕໍ່ການດຳລົງຊີວິດຂອງປະຊຊົນລາວບັນດາເຜົ່າໃນຂອບເຂດທົ່ວປະເທດ ເພື່ອເປັນການຈັດຕັ້ງນະໂຍບາຍການຜະລິດໃຫ້ມີຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະ ຜະລິດເປັນສິນຄ້າຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບ, ວຽກງານຄຸ້ມຄອງ ແລະ ພັດທະນາແນວພັນພືດ ກໍເປັນປັດໄຈໜຶ່ງທີ່ມີບົດບາດສຳຄັນ ໃນການສົ່ງເສີມຜະລິດຕະພາບ ແລະ ຄຸນນະພາບຂອງສິນຄ້າ ທັງປະກອບສ່ວນໃຫ້ຊາວກະສີກອນມີລາຍຮັບສູງຂຶ້ນ ໃນວັນທີ 8 ມັງກອນ 2021 ກົມປູກຝັງ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດກອງປະຊຸມເຜີຍແຜ່ດຳລັດ ວ່າດ້ວຍແນວພັນພືດຂຶ້ນທີ່ຫ້ອງປະຊຸມເຮືອນພັກ ແຄມງື່ມບ້ານທ່າລາດ ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ສົມຫວັງ ພັນທະວົງ ຮອງຫົວໜ້າກົມປູກຝັງ ພ້ອມຕ່າງໜ້າຈາກບັນດາກົມທີ່ກ່ຽວຂ້ອງຂອງພະແນກກະສິກຳ ແລະ ປ່າໄມ້ເຂົ້າຮ່ມ  ຈຸດປະສົງກອງປະຊຸມຄັ້ງນີ້ເພື່ອເຜີນແຜ່ດຳລັດ ວ່າດ້ວຍແນວພັນພືດ  ເພື່ອນຳໄປພັນຂະຫຍາຍໃນການຈັດຕັ້ງປະຕິບັດ ໃຫ້ສອດຄ່ອງ ແລະ ເຊື່ອມໂຍງກັບພາກພື້ນ ແລະ ສາກົນ

ຂ່າວສານກະສິກຳ ປ່າໄມ້ ແລະ ພັດທະນາຊົນນະບົດ

Contribute