ພະຍາດ ແລະ ການປ້ອງກັນພະຍາດ

ພະຍາດ ແລະ ການປ້ອງກັນພະຍາດ
ພະຍາດທີ່ເກີດຂື້ນກັບໄກ່ມີຫລາຍພະຍາດເຊັ່ນ: ນິວຄາເຊິນ, ອະຫິວາ, ຝີດາດ, ຫວັດ, ໜ້າບວມ, ຫລອດລົມອັກເສບ ແລະ ອື່ນໆ, ແຕ່ອັນຕະລາຍກວ່ໝູ່ ແມ່ນພະຍາດນິວຄາເຊິນ, ອະຫິວາ.
1.   ພະຍາດນິວຄາເຊິນ:,
-    ສາເຫດເກີດຈາກເຊື້ອໄວຣັດ,ຖ້າໄກ່ນ້ອຍຕິດພະຍາດນີ້ອັດຕາການຕາຍສູງເຖິງ 100%.
-    ອາການ:ໄກ່ຕາຍຢ່າງກະທັນຫັນຈຳນວນຫລາຍ,ບາງຄັ້ງສະແດງອາການອອກຄື:ຈາມຫາຍໃຈຍາກ,ເສຍເສັ້ນ,ຖອກທ້ອງ,ຂີ້ເປັນສີຂຽວ,ບາງສ່ວນຂອງຮ່າງກາຍອຳມະພາດ.
-    ການຕິດຕໍ່:ພະຍາດນີ້ສາມາດຕິດຕໍ່ໄດ້ຢ່າງວ່ອງໄວເຊື້ອພະຍາດຈະແຜ່ໄປທາງອາຈົມ,ລະບົບຫາຍໃຈ,ນອກນີ້ຍັງຕິດໄປກັບຄົນ,ວັດຖຸອຸປະກອນຕ່າງໆ,ອາກາດ,ນົກ,ໜູ,ໝາ,ແມວ......... ພະຍາດນີ້ບໍ່ສາມາດປິ່ນປົວໄດ້ ແຕ່ສາມາດປ້ອງກັນໄດ້.
-    ການປ້ອງກັນ:ໃຫ້ວັກຊິນສອງຊະນິດຄື: ນິວຄາເຊິນອ່ອນ (NcDF-Strain) ໃຫ້ເມື່ອໄກ່ແຕກໃໝ່ອາຍຸ 1- 7 ວັນ ຢອດໃສ່ດັງ ຕາ ໂຕລະ2-4 ຢອດ,ເມື່ອອາຍຸໄກ່ໄດ້ 6 ອາທິດຕ້ອງສັກວັກຊິນນິວຄາເຊິນແກ່ (NcDFM-Strain) ສັກກ້າມຊີ້ນໜ້າເອິກໂຕລະ 0,5 ຊີີຊີ (ຢາຊະນິດນີ້ຕ້ອງຮັກສາໄວ້ບ່ອນທີ່ອຸ່ນນະພູມລະຫວ່າງ 4 ອົງອາເຊ).
2.    ພະຍາດອະຫິວາສັດປີກ(ໄກ່ຕາຍຮ່າ):
-    ສາເຫດ: ເກີດຈາກເຊື້ອແບັກທີເຣັຍ.
-    ການຕາຍ: ຕິດຕໍ່ກັບສັດປີກທຸກປະເພດ ສ່ວນຫລາຍມັກຕິດກັບໄກ່ໃຫ່ຍອາຍຸ 2 ເດືອນຂື້ນໄປ,ພະຍາດນີ້ມັກເກີດຂື້ນຍ້ອນອາກາດມີການປ່ຽນແປງ,ຄອກບໍ່ສະອາດ,ຂາດອາຫານ ແລະ ຊື້ໄກ້ທີ່ຕິດພະຍາດຈາກບ່ອນອື່ນ.
-    ອາການ: ຕາຍແບບບໍ່ສະແດງອາການໃຫ້ເຫັນ,ຖ້າເຊື້ອບໍ່ຮ້າຍແຮງໄກ່ຈະເຫງົາ,ຂົນຫຍອງ,ນໍ້າລາຍ,ນໍ້າມູກນໍ້າຕາໄຫລ,ຫາຍໃຈຫອບ,ໜ້າ,ຫອນ ແລະ ກະແຕ້ຊໍ້າ,ຂີ້ຈວກ ຕໍ່ມາຂີ້ເປັນຢາງສີຂຽວຕິດຕາມກົ້ນ ເປີເຊັນການຕາຍສູງ 90-95%,ຖ້າເປັນແບບຊຳເຮື້ອຄາງ ,ຮິມຕາໃຄ່ບວມ ລາມຮອດຮູດັງ ແລະ ຕີນ.
-    ວິທີປ້ອງກັນ: ໃຫ້ວັກຊິນອະຫິວາສັດປີກ ສັກຫລືບໜັງໂຕລະ 1 ຊີຊີ ເມື່ອໄກ່ມີອາຍຸ 6 ອາທິດ ແລະ ສັກທຸກໆ 3 ເດືອນ,ອານະໄມຄອກ,ບໍລິເວນຄອກໃຫ້ສະອາດ ແລະ ພະຍາຍາມຫລີກການຊື້ໄກ່ຈາກທາງນອກທີ່ບໍ່ແນ່ໃຈ ມາກິນ.

ລ/ດ

ຊະນິດວັກຊິນ

ອາຍຸສັດ

ວິທີໃຊ້

ຂະຫນາດ

ຂະໜາດບັນຈຸ/ການປະສົມ

ໄລຍະຄຸ້ມກັນ

1

ນິວຄາເຊິນອ່ອນ

1-7 ວັນ

ຢອດດັງ ແລະ ຕາ

2-4 ຢອດ

ແກ້ວ 100 ເຂັມປະສົມນໍ້າກັ່ນ 10 ຊີຊີ

8 ອາທິດ

2

ໝາກສຸກສັດປີກ

2 ອາທິດຂື້ນໄປ

ແທງກົກປີກ ຫລືຫລົກຂົນແລ້ວທາໃສ່

2-3 ເທື່ອ

ແກ້ວ 100 ເຂັມປະສົມນໍ້າກັ່ນ 10 ຊີຊີ

    1 ປີ

3

ຫລອດລົມອັກເສບ

2 ອາທິດຂື້ນໄປ

ຢອດດັງ ແລະ ຕາ

2-4 ຢອດ

ແກ້ວ 100 ເຂັມປະສົມນໍ້າກັ່ນ 10 ຊີຊີ

6 ເດືອນ

4

ນິວຄາເຊິນແກ່

6 ອາທິດຂື້ນໄປ

ສັກກ້າມເອິກ ຫລື ກົກປີກ

0,5 ຊີຊີ

ແກ້ວ 100 ເຂັມປະສົມນໍ້າກັ່ນ 50 ຊີຊີ

   1 ປີ

5

ອະຫິວາສັດປີກ

6 ອາທິດຂື້ນໄປ

ສັກຫລືບໜັງຄໍ ຫລື ກົກປີກ

1 ຊີຊີ

ແກ້ວ 50 ເຂັມສັ່ນລະອຽດຈຶ່ງສັກ

3 ເດືອນ

    ແນະນຳ:
-    ວັກຊິນໝາກສຸກ ແລະ ຫລອດລົມອັກເສບໃສ່ພ້ອມກັນໄດ້.
-    ນິວຄາເຊິນແກ່ ແລະ ອະຫິວາສັດປີກໃສ່ພ້ອມກັນໄດ້(ຖ້າໄກ່ແຂງແຮງ).
-    ຫ້າມໃສ່ນິວຄາເຊິນແກ່ ແລະ ອະຫິວາສັດປີກ ໃຫ້ໄກ່ກຳລັງໄຂ່ ແລະ ກຳລັງຟັກໄຂ່.
3.    ການປ້ອງກັນພະຍາດໄກ່ດ້ວຍຢາສະໝຸນໄພ:
    ຢາປົວພະຍາດນິວຄາເຊິນ:
-    ສ່ວນປະກອບເຄືອເຂົາຮໍ 1 ກຳມື + ຜັກຂະ 2 ຂໍ້ມື +ເປືອກກະເດົາ 1ນີ້ວມື + ລາຊາບີໃບແກ່ 1 ກຳມື.
-    ວິທີປຸງແຕ່ງ: ທັບເປືອກກະເດົາແຊ່ນໍ້າຈົນອ່ອນແລ້ວນໍຳສ່ວນປະສົມຕ່າງໆມາຕົ້ມຂ້ຽວ ໃຫ້ໄກ່ກິນທັງເຊົ້າ ແລະ ແລງ ຕະຫລອດ 3 ວັນຕິດຕໍ່ກັນ.
    ຢາປົວອະຫິວາສັດປີກ:
•    ຕຳລາທີ 1 :
-    ສ່ວນປະກອບ: ຂີ້ກາເຟ 1 ກຳມື + ໃບພິລາ 1 ກຳມື + ໃບສີດາ 1ກຳມື + ນໍ້າສະອາດ 2 ລິດ.
-    ວິທີປຸງແຕ່ງ: ຕົ້ມປະສົມກັນແລ້ວປະໄວ້ໃຫ້ເຢັນຈຶ່ງໃຫ້ໄກ່ກິນ 3 ວັນຕິດຕໍ່ກັນ.
•    ຕຳລາ ທີ 2:
-    ສ່ວນປະກອບ:ໃບກະເດົາ 1 ກຳມື + ໃບກັນຖິນ 1ກຳມື + ໃບຂີ້ເຫັລກໃຫ່ຍ 1 ກຳມື + ໃບຜັກຄະ 1 ກຳມື.
-    ວິທີປຸງແຕ່ງ: ຕໍາໃຫ້ມຸ່ນປະສົມຮຳໃຫ້ໄກ່ກິນ 3 ວັນຕິດຕໍ່ກັນ.
•    ຕຳລາທີ 3:
-    ສ່ວນປະກອບ: ຂີ້ໝີ້ນ 1 ກຳມື + ຫວ້ານໄພ 1 ກຳມື + ເຄືອເຂົາຮໍ 1ກຳມື.
-    ວິທີປຸງແຕ່ງ: ຕໍາໃຫ້ມຸ່ນປະສົມນໍ້າພໍໝາດໆ ແລ້ວປັ້ນເອົານໍ້າໃຫ້ໄກ່ກິນເຊົ້າ ແລະ ແລງຕະຫລອດ 3 ວັນຂອງທຸກໆເດືອນ.
•    ຕຳລາທີ 4:
-    ສ່ວນປະກອບ: ຫົວຜັກທຽມ 3 ງິມ + ເຄືອເຂົາຮໍ 1ກຳມື.
-    ວິທີປຸງແຕ່ງ: ທັບໃຫ້ມຸ່ນແລ້ວແຊ່ນໍ້າພໍຖ້ວມແລ້ວເອົາປັ້ນນໍ້າໃຫ້ກິນທຸກໆອາທິດ.
    ສິ່ງທີ່ຄວນໃສ່ໃຈ:
-    ເວລາໄກ່ເຫົງາ ຫລື ພະຍາດນັ້ນກຳລັງລະບາດ ຫ້າມນຳວັກຊິນປ້ອງກັນພະຍາດນັ້ນມາສັກໃຫ້ໄກ່.
-    ວັກຊິນແຕ່ລະຊະນິດບໍ່ຄວນສັກພ້ອມກັນມື້ດຽວ.
-    ວັກຊິນທີ່ນຳມາສັກບໍ່ຄວນຖືກແດດ(ໃສ່ກະຕິກນໍ້່ກ້ອນ) ເວລາສັກແລ້ວຢາຍັງບໍ່ໝົດ ຫ້າມເກັບໄວ້ໃຊ້ຄັ້ງຕໍ່ໄປ(ຕ້ອງເຜົາໄຟ ຫລື ຝັງເລິກ 20 ຊັງຕີແມັດ).
-    ອຸປະກອນໃຫ້ວັກຊິນຕ້ອງຕົ້ມ ຫລື ຂ້າເຊື້ອກ່ອນນຳມາໃຊ້ ເມື່ອໃຊ້ແລ້ວຕ້ອງລ້າງໃຫ້ສະອາດກ່ອນຈຶ່ງເກັບມ້ຽນ.
-    ຜູ້ສັກວັກຊິນ ຖ້າມີບາດແຜ ລະວັງຢ່າໃຫ້ຖືກບາດແຜຂອງຕົນເອງ.
-    ສັກວັກຊິນແລ້ວພາຍໃນ 15 ວັນ ,ຫ້າມນໍາໄປຂ້າເພື່ອປຸງແຕ່ງເປັນອາຫານ ຫລື ຂາຍໃຫ້ຜູ້ອື່ນ.

Contribute