ຕັ້ງເປົ້າສົ່ງມັນຕົ້ນແຫ້ງ ໄປ ສປ ຈີນ ໃຫ້ໄດ້ຫຼາຍກວ່າ 1 ແສນໂຕນ ໃນປີ 2021

ຕັ້ງເປົ້າສົ່ງມັນຕົ້ນແຫ້ງ ໄປ ສປ ຈີນ ໃຫ້ໄດ້ຫຼາຍກວ່າ 1 ແສນໂຕນ ໃນປີ 2021

ປີນີ້ ບໍລິສັດສາຍສະໄໝ ຕັ້ງເປົ້າໝາຍໃຫຍ່ ສົ່ງມັນແຫ້ງ ໄປ ສປ ຈີນ ໃຫ້ໄດ້ຫຼາຍກວ່າ 1 ແສນໂຕນ
phakhaolao.la
phakhaolao.la

ໃນປີ 2021 ນີ້ ບໍລິສັດສາຍສະໄໝ ການຄ້າ ຕັ້ງເປົ້າຈະສົ່ງມັນຕົ້ນແຫ້ງອອກຂາຍໃຫ້ກັບ ສປ ຈີນ ໃຫ້ໄດ້ຫຼາຍກວ່າ 1 ແສນໂຕນ ພາຍຫຼັງທີ່ ປີ 2020 ຜ່ານມາ ສົ່ງມັນຕົ້ນແຫ້ງ ອອກໄປປະເທດດັ່ງກ່າວໄດ້ເກືອບ 1ແສນໂຕນ.

ທ່ານ ສີວິໄຊ ເກດແກ້ວສີວິໄລ ຜູ້ອຳນວຍການບໍລິສັດສາຍສະໄໝ ການຄ້າ ເຊິ່ງເປັນບໍລິສັດຮັບຊື້ມັນຕົ້ນແຫ້ງ ແລະມັນຕົ້ນດິບ ຈາກພໍ່ແມ່ປະຊາຊົນ ກ່າວວ່າ: ປີ 2020 ທີ່ຜ່ານມາ, ທາງບໍລິສັດໄດ້ສົ່ງມັນຕົ້ນແຫ້ງອອກໄປ ສປ ຈີນ ເກືອບ 1 ແສນໂຕນ ແລະຄາດວ່າໃນປີ 2021 ນີ້ຈະສົ່ງອອກມັນຕົ້ນແຫ້ງ ໃຫ້ໄດ້ ຫຼາຍກວ່າ 1 ແສນໂຕນ, ປັດຈຸບັນທົ່ວແຂວງສະຫວັນນະເຂດມີລານຕາກ ແລະລານເກັບຊື້ມັນຕົ້ນຢູ່ບັນດາເມືອງຕ່າງໆຂອງແຂວງຄື: ເມືອງ ນອງ, ໄຊບູລີ, ຈຳພອນ, ໄຊພູທອງ, ສອງຄອນ ແລະເມືອງ ຊົນນະບູລີ.

ເຊິ່ງໃນແຕ່ລະວັນຈະມີປະຊາຊົນນຳເອົາມັນຕົ້ນແຫ້ງມາຂາຍເປັນສິນຄ້າຕາມຈຸດເກັບຊື້ທີ່ໃນເມືອງຕົນ ຫຼືເມືອງໃກ້ຄຽງ; ສ່ວນລາຄາໃນການເກັບຊື້ແມ່ນແຕກຕ່າງກັນຕາມແຕ່ລະຊ່ວງ(ມັນຕົ້ນແຫ້ງລາຄາປະມານ 1.600-2.000ກີບ/ກິໂລ). ການສົ່ງອອກຫຼ້າສຸດແມ່ນໃນອາທິດທີ່ຜ່ານມາມີຈຳນວນ 780 ໂຕນ ຜ່ານດ່ານຂົວມິດຕະພາບ 2 ສະຫວັນນະເຂດ-ມຸກດາຫານ.

ທັ້ງນີ້ ມີປະຊາຊົນທ່ານໜຶ່ງ ເຊິ່ງເປັນຊາວກະສິກອນຂອງເມືອງໄຊບູລີໄດ້ໃຫ້ຮູ້ວ່າ: ຕົນເອງໄດ້ປຽບທຽບ ຕົ້ນທຶນການປູກເຂົ້ານາແຊງ ແລະຕົ້ນທຶນຂອງການປູກມັນຕົ້ນ ໂດຍເຫັນໄດ້ວ່າການປູກມັນຕົ້ນແມ່ນມີລາຍໄດ້ດີກວ່າ ແລະ ປູກງ່າຍກວ່າ ເພາະວ່າທາງບໍລິສັດຜູ້ຮັບຊື້ມັນຕົ້ນແມ່ນ ໄດ້ລົງມາຕິດຕາມ ແລະໃຫ້ຄຳແນະນຳທາງດ້ານການບົວລະບັດຮັກສາ ແລະໃຫ້ການຊີ້ນຳທາງດ້ານວິຊາການເລື້ອຍໆ, ທີ່ສຳຄັນການປູກມັນຕົ້ນ ຂາຍເປັນສິນຄ້າແມ່ນຂາຍງ່າຍ ແລະຂາຍໄດ້ຕະຫຼອດປີ.

ຂ່າວ: ເສດຖະກິດການຄ້າ

 

Contribute