ເຂົ້າພັນທ່າດອກຄຳ 8 ປູກໄດ້ທັງນາປີ ແລະ ນາແຊງ

ເຂົ້າພັນທ່າດອກຄຳ 8 ປູກໄດ້ທັງນາປີ ແລະ ນາແຊງ

Sakhone INTHAVONG
ແນວພັນເຂົ້າໜຽວທ່າດອກຄໍາ 8 (TDK 8) ອີກໜຶ່ງພັນເຂົ້າທີ່ໃຫ້ຜົນຜະລິດສູງ
ແນະນຳວິທີເຮັດ
phakhaolao.la
phakhaolao.la

ແນວພັນເຂົ້າໜຽວທ່າດອກຄໍາ 8 (TDK 8) ແມ່ນພັດທະນາຈາກນັກປັບປຸງພັນເຂົ້າຂອງລາວທີ່ສູນຄົ້ນຄວ້າເຂົ້າ ນາພອກ ເຊິ່ງມີຊື່ສາຍພັນ: TDK37-B-3-2-1-B ທີ່ປະສົມພັນຈາກແນວພັນ RD10/TDK1 ໃນປີ 1996 ທີ່ສູນຄົ້ນຄວ້າເຂົ້ານາພອກ.

ຈຸດດີ ແລະ ຈຸດອ່ອນ:

ຈຸດດີ: ເປັນແນວພັນໃຫ້ຜົນຜະລິດສູງ, ສາມາດປູກທັງນາປີ ແລະ ນາແຊງ, ເວລາສີແມ່ນໃຫ້ເຂົ້າສານຫຼາຍກວ່າແນວພັນປັບປຸງອື່ນ ແລະ ເມັດເຂົ້າສານມີລັກສະນະເຫຼື້ອມໃສ, ທັງສາມາດຕອບສະຫນອງຕໍ່ຝຸ່ນ nitrogen ໄດ້ດີ (ປູກໃນດິນທີ່ມີຄວາມອຸດົມສົມບູນສູງ), ສາມາດປັບຕົວໄດ້ດີກວ່າ ເຫມາະສົມໃນເຂດພາກກາງ ແລະ ພາກໃຕ້ ແລະ ບາງເຂດໃນພາກເຫນືອ ເຊັ່ນ: ແຂວງຫຼວງພະບາງ ແລະ  ໄຊຍະບູລີ, ທົນທານຕໍ່ເພ້ຍຈັກຈັ່ນ ແລະ ພະຍາດໃຫມ້ໃນລະດັບປານກາງ ແລະ ກິນອ່ອນນຸ່ມດີ.

ຈຸດອ່ອນ: ບໍ່ທົນຕໍ່ແມງບົ່ວ, ດ້ວງກໍ ແລະ ບໍ່ເຫມາະສົມໃນການປູກໃນດິນທີ່ມີຄວາມອຸດົມສົມບູນຕໍ່າ.

ລັກສະນະປະຈໍາພັນ

  • ຜົນຜະລິດ: 4-6 ໂຕນ/ຮຕ, ອາຍຸ: 135-140 ວັນ.
  • ລັກສະນະແຕກກໍ: ແຕກກໍໄດ້ຫຼາຍ ແລະ ມີຊົງຕົ້ນຕັ້ງຊື່.
  • ຄວາມແຂງແຮງຂອງລໍາຕົ້ນ: ແຂງແຮງດີ ແລະ ບໍ່ລົ້ມ ເວລາສຸກແກ່ ແລະ ລວງສູງ: 90-110 ຊມ.
  • ສີໃບ ແລະ ລັກສະນະໃບ: ສີຂຽວເຂັ້ມ ແລະໃບຕັ້ງຊື່ດີ.
  • ສີເມັດເຂົ້າ: ສີນໍ້າຕານເຂັ້ມ ແລະ ເມັດເຂົ້າສານຍາວຮຽວ.
  • ນໍ້າຫນັກ 1,000 ເມັດ: 27 ກລາມ.
  • ເປີເຊັນການສີ: ສູງກວ່າແນວພັນ ທ່າດອກຄໍາ1 (TDK8 ໄດ້ເຂົ້າສານ 66% ແລະ TDK1 ໄດ້ເຂົ້າສານ 58 % )

ວິທີການປູກ:

ນາປີ :

  • ເຂດເຫນືອ: ເລີ່ມຕົກກ້າກາງເດືອນພຶດສະພາ ຫາ ຕົ້ນເດືອນມິຖຸນາ (ເດືອນສາກົນ) ແລະ ປັກດໍາກາງເດືອນມິຖຸນາ ຫາ ຕົ້ນເດືອນກໍລະກົດ.
  • ເຂດພາກກາງ ແລະ ໃຕ້: ຕົກກ້າໃນເດືອນ ມິຖຸນາ ແລະ ປັກດໍາໃນທ້າຍ ເດືອນກໍລະກົດ.

ນາແຊງ:

  • ຕົກກ້າໃນກາງເດືອນພະຈິກ ແລະ ປັກດໍາໃນກາງເດືອນທັນວາ.
  • ອາຍຸກ້າເຫມາະສົມໃນການປັກດໍາ ແມ່ນອາຍຸ  21-25 ວັນສໍາລັບນາຝົນ ແລະ 25-30 ວັນ ສໍາລັບນາແຊງ ໃນເຂດຫນາວ ອາຍຸກ້າອາດຈະຍາວກວ່າ, ແຕ່ຕ້ອງສັງເກດເບິ່ງຈໍານວນໃບກ້າທີ່ ມີ 4.5-5.5 ໃບ (ນັບທັງໃບເຄົ້າ).
  • ໄລຍະປັກດໍາ ແມ່ນ 20x20 ຊມ ຫຼື 25 ສຸມຕໍ່ຕາແມັດ, ຈໍານວນກີບກ້າປັກດໍາ: 3-4 ກີບກ້າຕໍ່ສຸມ.

ອັດຕາການໃສ່ຝຸ່ນ:

ຝຸ່ນເຄມີ: ຝຸ່ນຮອງພື້ນ: ປຸ໋ຍສູດ 16-20-00: 150 ກລ/ຮຕ (ສໍາລັບດິນຫນຽວ) ຫຼື 200 ກລ/ຮຕ ຂອງປຸ໋ຍສູດ 15-1515 (ສໍາລັບນາດິນຊາຍ) ຫວ່ານໃນເວລາປັກດໍາ.

 

ໝາຍເຫດ: ສຳລັບນາຕີນບ້ານເປັນດິນທີ່ອຸດົມສົມບູນສູງ ສະນັ້ນບໍ່ຕ້ອງໃສ່ຝຸ່ນກໍໄດ້ ( ຫາກສັງເກດວ່າໃບເຂົ້າຂຽວຕະຫຼອດ ), ສ່ວນດິນທີ່ບໍ່ອຸດົມສົມບູນຄວນໃສ່ຝຸ່ນຄອກໃນອັດຕາ 3-5 ໂຕນ / ຮຕ ໃນຊ່ວງໄຖ.

 

ທີ່ມາ: ສູນຄົ້ນຄວ້າເຂົ້າ (ສຄຂ)

Contribute