ຢາພື້ນເມືອງທີ່ສາມາດຮັກສາລິດສີດວງທີ່ຢູ່ອ້ອມຕົວເຮົາ

ພະຍາດລິດສີດວງເປັນພະຍາດໜື່ງທີ່ພົບບັນຫາຫຼາຍໃນປະຈຸບັນ, ມັນເກີດຈາກຫຼາຍສາເຫດ ແລະ ຫຼາຍປັດໄຈ ໂດຍສະເພາະແມ່ນມາຈາກອາຫານການກິນ, ເມື່ອເປັນແລ້ວເຮັດໃຫ້ດຳລົງຊີວິດປະຈຳວັນຍາກລຳບາກ ໂດຍສະເພາະເວລາເຂົ້າຫ້ອງນ້ຳເພື່ອປົດທຸກ. ຢ່າປ່ອຍໃຫ້ພະຍາດມາລົບກວນອິກຕໍ່ໄປ ຕ້ອງກຳຈັດອອກດ້ວຍຢາພື້ນເມືອງທີ່ມີຢູ່ອ້ອມຂ້າງບ້ານຂອງທ່ານ. ພືດທີ່ສາມາດປີ່ນປົ່ວມີຫຼາຍຊະນິດດັ່ງລຸ່ມນີ້:
ຮູບພາບປະກອບ Google Images
ຮູບພາບປະກອບ Google Images

ຫວ້ານຫາງແຂ້: ນໍາເອົາໃບຫວ້ານມາລ້າງໃຫ້ສະອາດແລ້ວ ປອກເປືອກສ່ວນນອກອອກ, ເຫຼົາເປັນທ້ອນໃຫ້ກົມປາຍແຫຼມ ແລ້ວນຳໄປແຊ່ໃນຕູ້ເຢັນເພື່ອແຂງຕົວດີ, ເວລາແທງເຂົ້າຮູທະວານໄດ້ງ່າຍ. ເມື່ອທ່ານອາບນ້ຳ ຫຼື ທຳຄວາມສະອາດແລ້ວ ກ່ອນນອນ ຫຼື ຕອນເຊົ້າ ນຳເອົາຫວ່ານຫາງແຂ້ທີ່ແຊ່ເຢັນໄວ້ນັ້ນມາສອດເຂົ້າຮູທະວານ, ເຮັດເປັນປະຈຳຈົນກວ່າຈະຫາຍດີ ທຸກເຊົ້າ ແລະ ແລງ.

ອັກຄິໄຟ: ນໍາເອົາຮາກ ແລະ ລໍ້າຕົ້ນ ມາຝົນກັບນໍ້າປູນໃສໃຫ້ເຂັ້ມຂຸ້ນ ແລ້ວນໍາມາທາລິດສິດວງ. ເອົາໃບປະມານ 10-20 ໃບມາຕາກໃຫ້ແຫ້ງ, ບົດໃຫ້ເປັນຝຸ່ນ ແລ້ວເອົາມາປະສົມກັບນໍ້າເຜິ້ງ ປັ້ນເປັນລູກກອນ, ນໍາມາຮັບປະທານວັນລະ 2-4 ກ້ອນ, ທຸກໆວັນຕິດຕໍ່ກັນ 2 ອາທິດ. ອົບຄວັນຈາກໃບໃສ່ລິດສີດວງກໍ່ສາມາດດີເຊັ່ນດຽວກັນ ຖ້າສະດວກ ແລະ ເໝາະສົມ, ພຽງແຕ່ເອົາໃບແຫ້ງມາໃສ່ໄຟໃຫ້ໄດ້ຄວັນ. 

ເພັດສັງຂາດ: ມີສັບພະຄຸນຮັກສາອາການອັບເສບ ຈື່ງເຮັດໃຫ້ຫຼອດເລືອດດໍາທີ່ບວມຢູ່ບໍລິເວນທະວານໜັກຫົດຕົວໄດ້. ວິທີການນໍາໃຊ້ແມ່ນນໍາລຳຕົ້ນສົດທ້ອນໜື່ງ ຫຼື ປ້ອງໜື່ງ ມາຫັນເປັນທ່ອນນ້ອຍໆ ແລ້ວຍັດເຂົ້າໃນໝາກກ້ວຍນໍ້າ ຫຼື ໝາກຂາມ ເພື່ອໃຫ້ກີນງ່າຍ, ເນາະນໍາໃຫ້ກີນຕິດຕໍ່ກັນປະມານ 2 ອາທີດ, ກີນທຸກເຊົ້າ-ແລງ, ອາການຈະບັນເທົາ ແລະ ຫາຍດີໃນທີ່ສຸດ. 

ໜາດເລືອດ: ໃບມີກີ່ນຫອມ  ສາມາດນໍາຕົ້ມເປັນຊາດື່ມແກ້ລິດສິດວງ ຫຼື ຈະໃຊ້ຕົ້ນມາຕົ້ມນໍ້າ ໃຫ້ໄດ້ອາຍ ແລ້ວນໍາມາຮົມຮັກສາລິດສິດວງກໍ່ໄດ້, ນອກນັ້ນຍັງເປັນຢາຂັບປັດສະວະ, ຮັກສາໜີ້ວໝາກໄຂ່ຫຼັງ, ຊ່ວຍຍ່ອຍອາຫານ ແລະ ຮັກສາລິດສີດວງຮູດັງໄດ້ອິກດ້ວຍ.

ຕົ້ນຕິບເຂົ້າ: ມີສັບພະຄຸນເປັນຢາສະບາຍ ແລະ ຊ່ວຍຮັກສາພະຍາດລິດສີດວງ ໂດຍຂຸດເອົາສ່ວນຮາກ 150 ກຣາມ, ມາຕົ້ມຄັ້ນໃຫ້ໄດ້ 1 ຈອກນໍາມາດື່ມ, ສ່ວນທີ່ເຫຼືອແມ່ນໃຫ້ນໍາໄປຕົ້ມຮົມວັນລະ 5-6 ຄັ້ງ, ຈາກນັ້ນອາບນ້ໍາດ້ວຍນໍ້າອຸນ.

ແກ່ນຜັກອີ່ຕູ່: ແກ່ນມີສັບພະຄຸນເປັນຢາລະບາຍ, ເປືອກນອກຂອງແກ່ນມີທາດທີ່ເຮັດໃຫ້ກາກເສດອາຫານບໍ່ຕິດລຳໄສ້  ເຊິ່ງຊ່ວຍໃຫ້ການຂັບຖ່າຍສະດວກ, ແກ່ນຜັກອີ່ຕູ່ຈະໄປຊ່ວຍກະຕູ້ນປະສາດທີ່ຢູ່ຮອບໆ ລຳໄສ້ໃຫຍ່ສ່ວນປາຍ, ເຮັດໃຫ້ເກີດປວດຖ່າຍ ແກ້ໄຂບັນຫາອືດທ້ອງ, ຖ່າຍຍາກ ແລະ ນັ່ງຫ້ອງນໍ້າດົນ ທີ່ເປັນສາເຫດສ່ຽງຕໍ່ການເປັນລິດສີດວງ. ວິທີການຮັບປະທານ ເອົາແກ່ນຜັກອີ່ຕູ່ 1-2 ບ່ວງແກງ, ແຊ່ນໍ້າ 1 ຈອກໃຫຍ່, ປະໄວ້ຈົນກວ່າແກ່ນຈະບານພອງເຕັມທີ່ ແລ້ວນຳມາຮັບປະທານກ່ອນນອນ ທຸກໆວັນ ປະມານ 3-4 ວັນ/ອາທິດ.

ສົ້ມພໍຂຽວ: ຊ່ວຍຫຼໍ່ລື່ນ, ຫຼຸດການອັບເສບ, ໂດຍກີນເປັນອາຫານປະຈຳວັນໃຫ້ໄດ້ຫຼາຍຕໍ່ເນື່ອງກັນເປັນປະຈຳ.

ຢານາງ: ໃຊ້ຮາກສົດ ຫຼື ແຫ້ງ 1 ກໍາມື ຕົ້ມນໍ້າດື່ມ 3-4 ຈອກ, ຕົ້ມປະມານ 30 ນາທີ, ກີນແທນນໍ້າວັນລະ 1 ຈອກ.

ໄມ້ຮວກ: ເປັນຢາເຢັນ ນຳຕົ້ນ ແລະ ຮາກ ມາຕົ້ມໃສ່ນໍ້າໃຫ້ພໍດີຖ້ວມ ໃສ່ເກືອເລັກນ້ອຍ ດື່ມແທນນ້ຳທຸກໆມື້ 4-5 ຈອກ, ປະຕິບັດປະມານ 2 ອາທິດ. 

https://health.kapook.com/view190735.html
ເພັດສັງຄາດ (Cissus quadrangularis)

 

Contribute