ແລກປ່ຽນບົດຮຽນການຕ້ານ ແລະ ສະກັດກັ້ນ ອາຊະຍາກຳ ສັດປ່າໃຫ້ສື່ມວນຊົນລາວ

ກົມກວດກາປ່າໄມ້ ກະຊວງກະສິກຳ ແລະ ປ່າໄມ້ ຮ່ວມກັບ ອົງການອະນຸລັດສັດປ່າ ປະຈໍາ ສປປ ລາວ ແລະ ສະມາຄົມນັກຂ່າວແຫ່ງ ສປປ ລາວ ໄດ້ຈັດກອງປະຊູມແລກປ່ຽນບົດຮຽນ ກ່ຽວກັບການຕ້ານ ແລະ ສະກັດກັ້ນ ອາຊະຍາກໍາສັດປ່າ ໃຫ້ແກ່ສື່ມວນຊົນລາວ ທັງສູນ ກາງ ແລະ ທ້ອງຖິ່ນ ເມືອວັນທີ 21 ມີນາ 2023 ນີ້ທີ່ແຂວງບໍລິຄໍາໄຊ.
ສັດປ່າ
ປະເທດລາວ Pathedlao

ການຈັດກອງປະຊຸມໃນຄັ້ງນີ້ ເພື່ອເປັນການຍົກລະດັບຄວາມຮັບຮູ້ ແລະ ຄວາມເຂົ້າໃຈຂອງສື່ມວນຊົນ ຕໍ່ວຽກງານອະນຸລັກ, ສະພາບການຄ້າ-ຂາຍສັດປ່າ, ການສະກັດກັ້ນ ແລະ ຕ້ານອາຊະຍາກໍາສັດປ່າ ລວມທັງນະໂຍບາຍ,​ ກົດໝາຍ ແລະ ບົດລົງໂທດຕໍ່ຜູ້ກະທໍາຜິດ, ຜົນສໍາເລັດ ແລະ ສິ່ງທ້າທາຍ ໃນການບັງ ຄັບໃຊ້ກົດໝາຍ ໃນ ສປປ ລາວ.

ພ້ອມດຽວກັນນີ້ ຜູ້ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ຍັງໄດ້ຮັບຮູ້ກ່ຽວກັບຄຸນຄ່າຂອງການອະນຸລັກສັດປ່າ, ສະພາບການຄ້າ-ຂາຍສັດປ່າ ທີ່ຜິດກົດໝາຍ ແລະ ໄພຂົ່ມຂູ່ ໃນ ສປປ ລາວ; ສົນທິສັນຍາສາກົນ ວ່າດ້ວຍການຄຸ້ມຄອງການຄ້າ-ຂາຍຊະນິດສັດປ່າ ແລະ ພືດປ່າ ທີ່ໃກ້ຈະສູນພັນລະຫວ່າງຊາດ ແລະ ຄໍາໝາຍໝັ້ນສັນຍາຂອງ ສປປ ລາວ ທີ່ມີຕໍ່ສາກົນ; ນະໂຍບາຍ ແລະ ກົດໝາຍທີ່ກ່ຽວຂ້ອງ ໃນການຕ້ານ ແລະ ສະກັດກັ້ນ ອາຊະຍາກໍາ ສັດປ່າ; ການດໍາເນີນຄະດີອາຊະຍາກໍາສັດປ່າ - ກໍລະນີສຶກສາ, ຜົນສໍາເລັດ ແລະ ສິ່ງທ້າທາຍ ໃນການດໍາເນີນຄະດີ ອາຊະຍາກຳສັດປ່າ ໃນ ສປປ ລາວ; ສຸຂະພາບສັດປ່າ ຄວາມສຽ່ງ ແລະ ການສະກັດກັ້ນ ການແຜ່ລະບາດພະຍາດ ຈາກສັດປ່າສູ່ຄົນ; ຜົນສໍາເລັດ ແລະ ສິ່ງທ້າທາຍ ໃນການອະນຸລັກ ປ່າສະຫງວນແຫ່ງ ຊາດນໍ້າກະດິງ; ບົດຄົ້ນຄວ້າການລັກລອບຄ້າ-ຂາຍ ສັດປ່າຂ້າມຊາຍແດນ ເຕັກນິກການເລົ່າເລື່ອງ/ການອອກຂ່າວ - ນໍາເອົາຂໍ້ມູນທີ່ພົບພໍ້ໃນ ພາກສະໜາມມາສ້າງເປັນບົດເລື່ອງ/ບົດຂ່າວ.

ນອກຈາກນີ້ ຍັງໄດ້ແບ່ງປັນປະສົບການຂອງທີມງານຈາກ ສສ ຫວຽດ ນາມ ກ່ຽວກັບບົດບາດຂອງສື່ ໃນການຍົກລະດັບຄວາມຮັບຮູ້ ແລະ ການຈັ້ດຕັ້ງ ປະຕິບັດຂອງລັດຖະບານ ແລະ ສັງຄົມ, ຂໍ້ລິເລີ່ມໂດຍສື່ມວນຊົນ ໃນ ສສ ຫວຽດນາມ ກ່ຽວກັບການຕ້ານ ແລະ ສະກັັດກັ້ນ ອາຊະຍາກໍາສັດປ່າ, ບັນຫາຫຍຸ້ງຍາກ, ສິ່ງທ້າທາຍ ແລະ ແຮງຈູງໃຈ ຂອງນັກອະນຸລັກ ໃຫ້ເປັນກະບອກສຽງແກ່ເຈົ້າໜ້າທີ່, ນະໂຍບາຍ ແລະ ກົດໝາຍທີ່ກ່ຽວຂ້ອງກັບສື່ມວນຊົນໃນ ສປປ ລາວ ແລະ ບົດບາດຂອງສື່ມວນຊົນ ແລະ ອື່ນໆ.

ໃນໂອກາດດັ່ງກ່າວ ທ່ານ ສະຫວັນຄອນ ລາຊະມຸນຕີ ປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ ຍັງໄດ້ກ່າວອີກວ່າ: ການແລກປ່ຽນບົດຮຽນໃນຄັ້ງນີ້, ສາມາດສ້າງຄວາມຮັບຮູ້ເຂົ້າໃຈກ່ຽວກັບວຽກງານອະນຸລັກ, ສະພາບການຄ້າຂາຍສັດປ່າ, ການສະກັດກັ້ນ ແລະ ຕ້ານ ອາຊະຍາກໍາສັດປ່າ, ນະໂຍບາຍ,​ ກົດໝາຍ ແລະ ອື່ນໆໃຫ້ສື່ມວນຊົນຫລາຍຂຶ້ນ ເພື່ອເປັນກະບອກສຽງໃນການເຜີຍແຜ່ ບັນດານະໂຍບາຍ, ກົດໝາຍ, ວຽກງານອະນຸລັກ ແລະ ວຽກງານຕ້ານ ແລະ ສະກັດກັ້ນອາຊະຍາກໍາສັດປ່າ ໃນ ສປປ ລາວ ໃຫ້ສັງຄົມໄດ້ຮັບຮູ້ຢ່າງທົ່ວເຖິງ.

ແຫຼ່ງຂໍ້ມູນ: ສຳນັກຂ່າວສານປະເທດລາວ

Contribute