ເທດສະການ "ອາຫານລາວປະຈໍາປີ 2023"

"ເທດສະການອາຫານລາວ ກ້າວສູ່ສາກົນ"
phakhaolao.la
www.phakhaolao.la

 

ສູນກາງສະຫະພັນແມ່ຍິງລາວ ຮ່ວມກັບ ສະມາຄົມນັກທຸລະກິດແມ່ຍິງ ໄດ້ເປີດງານເທດສະການອາຫານລາວປະຈໍາປີ 2023 ພາຍໃຕ້ຄໍາຂວັນ "ເທດສະການອາຫານລາວ ກ້າວສູ່ສາກົນ" ໂດຍງານດັ່ງກ່າວແມ່ນເລີ່ມຕັ້ງແຕ່ 24 ຫາ 28 ມັງກອນ 2023 ນີ້ທີ່ສວນສາທາລະນະເຈົ້າອະນຸວົງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຊຶ່ງໃຫ້ກຽດເຂົ້າຮ່ວມໂດຍທ່ານນາງ ນາລີ ສີສຸລິດ ພັນລະຍາປະທານປະເທດ, ທ່ານນາງ ອິນລາວັນ ແກ້ວບຸນພັນ ປະທານສູນກາງສະຫະພັນແມ່ຍິງລາວ ແລະ ໄດ້ຮັບກຽດເປັນປະທານຂອງທ່ານ ນາງ ຈັນທະຈອນ ວົງໄຊ ປະທານສະມາຄົມນັກທຸລະກິດແມ່ຍິງ ປະທານຄະນະກຳມະການຈັດງານເທດສະການອາຫານລາວ ພ້ອມດ້ວຍບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ທູຕານຸທູດ, ຜູ້ໃຫ້ການສະໜັບສະໜູນ ແລະ ນັກທຸລະກິດເຂົ້າຮ່ວມ.

ໃນການຈັດງານໃນຄັ້ງນີ້ແມ່ນມີຈຸດປະສົງເພື່ອສົ່ງເສີມວັດທະນະທຳ ຮີດຄອງປະເພນີກ່ຽວກັບ ອາຫານການກິນ ການດຳລົງຊີວິດແບບລາວໃຫ້ເຊື່ອມໂຍງກັບຍຸກສະໄໝ ກ້າວສູ່ສາກົນໄດ້ຢ່າງລົງຕົວ, ສືບຕໍ່ຊຸກຍູ້ ສົ່ງເສີມແມ່ຍິງຜູ້ຜະລິດ, ຜູ້ປູກຝັງ ແລະ ລ້ຽງສັດ ຜູ້ມີພອນສະຫວັນປຸງແຕ່ງອາຫານ, ຮ້ານຂາຍຍ່ອຍຈາກຕ່າງແຂວງ, ນະຄອນຫຼວງວຽງຈັນ ມາວາງສະແດງ ຂາຍ ແລະ ພັດທະນາຄຸນນະພາບອາຫານໃຫ້ໄດ້ມາດຕະຖານ ສາມາດຂະຫຍາຍການຂາຍກ້າວໄປສູ່ການສັ່ງຈອງ, ການຈັດສົ່ງສິນຄ້າໃຫ້ທົ່ວເຖິງສັງຄົມ ພ້ອມດຽວກັນນັ້ນຍັງເປັນການປຸກລະດົມຜູ້ປະກອບການແມ່ຍິງ ໃນການຜະລິດເປັນສິນຄ້າ ທີ່ມີຄຸນນະພາບໃຫ້ສາມາດສ້າງເຄືອຂ່າຍການຄ້າຢ່າງກວ້າງຂວາງ ໃນຂອບເຂດທົ່ວປະເທດ ແລະ ອອກສູ່ສາກົນເທື່ອລະກ້າວ ໂດຍສະເພາະງານ Word Expo Tokyo 2025 ທີ່ ຈະມາເຖິງນີ້.

ຊຶ່ງໃນປີນີ້ແມ່ນຈະພິເສດກ່ວາທຸກປີທີ່ຜ່ານມາເນື່ອງຈາກວ່າ ປີນີ້ແມ່ນໄດ້ຈັດການແຂ່ງຂັນການປຸງແຕ່ງ ເຂົ້າສັງຂະຫຍາ ເຂົ້າກໍ່າ ເພື່ອກຽມຜະລິດໃຫ້ເປັນສິນຄ້າ ຫຼື ຂອງຝາກ ທີ່ສາມາດສົ່ງໄປຈຳໜ່າຍໃນຮ້ານ ທັງພາຍໃນ ແລະ ຕ່າງປະເທດ ໃນໂອກາດດັ່ງກ່າວ ຍັງເປັນການສົ່ງເສີມໃຫ້ແມ່ຍິງໜຸ່ມທີ່ມີພອນສະຫວັນໃນການປຸງແຕ່ງອາຫານ ໄດ້ມີໂອກາດອອກມາວາງສະແດງ ແລະ ຂາຍອາຫານທີ່ສາມາດບໍລິການນັກທ່ອງທ່ຽວໃຫ້ນັບມື້ນັບຫຼາຍຂຶ້ນ.

ແຫຼ່ງຂ່າວ 

Contribute