ພິທີເຊັນບົດບັນທຶກວ່າດ້ວຍການສຶກສາສໍາຫຼວດເນື້ອທີ່ດິນ 150 ເຮັກຕາ ເພື່ອປູກພືດສະໜອງວັດຖຸດິບ

ໜັງສືພິມຈຳປາໃໝ່ 𝐂𝐡𝐚𝐦𝐩𝐚𝐦𝐚𝐢 𝐍𝐞𝐰𝐬𝐩𝐚𝐩𝐞𝐫

 

ໃນວັນ​ທີ 24 ພະຈິກ​ 2022 ທີ່​ຜ່ານ​ມາໄດ້ມີພິທີ ເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການສຶກສາສໍາຫຼວດເນື້ອທີ່ດິນ​ 150 ເຮັກຕາ ເພື່ອປູກພືດ,​ ສາລີ​ ແລະ​ ມັນຕົ້ນ ສະໜອງເປັນວັດຖຸດິບ ໃຫ້ແກ່ການຜະລິດຫົວອາຫານສັດ ຢູ່ເຂດບ້ານອຸທຸມ ເມືອງສຸຂຸມາ ແຂວງຈໍາປາສັກ​ ລະຫວ່າງ​ ອົງການປົກຄອງແຂວງຈຳປາສັກ​ ກັບ ​ບໍລິສັດ ປາລາມີ ພັດທະນາກະສິກໍາ ຂາອອກ​ - ຂາເຂົ້າ ຈໍາກັດ ຊຶ່ງ​ພິ​ທີ​ດັ່ງ​ກ່າວ​ແມ່ນ​ຈັດ​ຂຶ້ນ​ທີ່​ໂຮງແຮມ​ຈໍາປາສັກ​ແກຣນ​ ນະຄອນປາກເຊ​ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ​ ປອ.​ວິໄລວົງ​ ບຸດດາຄໍາ​ ເຈົ້າແຂວງ​ໆ​ຈໍາປາສັກ, ທ່ານ​ ຈັນທະບູນ ສີປະເສີດ ຫົວໜ້າ​ພະແນກຊັບພະຍາກອນທໍາມະຊາດ​ ແລະ​ ສິ່ງ​ແວດລ້ອມແຂວງ,​ ທ່ານ​ ສົມເພັດ​ ບຸດສະດີ ເຈົ້າເມືອງໆສຸຂຸມາ, ທ່ານ​ ປອ.ສົມລິດ ວິລະວົງ​ ຫົວໜ້າ​ພະແນກກະສິກໍາ​ ແລະ​ ປ່າໄມ້ແຂວງ, ທ່ານ​ ພັດທະກອນ ສີຫາວົງ​ ຮອງຫົວໜ້າ​ພະແນກ​ແຜນການ​ ແລະ​ ການລົງທຶນ​ແຂວງ, ທ່ານ​ ນາງ​ ປາລະມີ ປະສອນໄຊ ຜູ້ອໍານວຍ​ບໍລິສັດ ປາລາມ ພັດທະນາກະສິກໍາ ຂາອອກ​ - ຂາເຂົ້າ ຈໍາກັດ​ ພ້ອມດ້ວຍການນໍາພະແນກການກົມກອງທີ່ກ່ຽວຂ້ອງອ້ອມຂ້າງແຂວງ,​ ຂະແໜງ​ການ​ ແລະ​ ພະນັກງານ​ວິຊາການ​ທັງສອງຝ່າຍເຂົ້າຮ່ວມ.​

ຊຶ່ງ​ໃນ​ພິ​ທີ​ດັ່ງ​ກ່າວ ຕາງ​ໜ້າ​ລົງ​ນາມໂດຍ​ພະແນກແຜນການ​ ແລະ​ ການລົງທຶນ​ແຂວງ ທ່ານ​ ພັດທະກອນ ສີຫາວົງ​ ຮອງຫົວໜ້າ​ພະແນກ​ແຜນການ​ ແລະ​ ການລົງທຶນ​ແຂວງ, ບໍລິສັດ ປາລາມີ ພັດທະນາກະສິກໍາ ຂາອອກ​ - ຂາເຂົ້າ ຈໍາກັດ​ ລົງນາມໂດຍ​ ທ່ານ​ ນາງ​ ປາລະມີ ປະສອນໄຊ ຜູ້ອໍານວຍ​ບໍລິສັດ ປາລາມີ ພັດທະນາກະສິກໍາ ຂາອອກ​ - ຂາເຂົ້າ ຈໍາກັດ.​ ຝ່າຍອົງການປົກຄອງແຂວງ ລົງນາມເປັນພະຍານ ມີທ່ານ​ ສົມເພັດ​ ບຸດສະດີ ເຈົ້າເມືອງໆສຸຂຸມາ, ທ່ານ​ ປອ.ສົມລິດ ວິລະວົງ​ ຫົວໜ້າ​ພະແນກກະສິກໍາ​ ແລະ​ ປ່າໄມ້ແຂວງ, ຝ່າຍບໍ​ລິສັດ ລົງນາມເປັນພະຍານມີ​ ທ່ານ ສຸລິໂຍ ປະສອນໄຊ ຮອງຜູ້ອໍານວຍການ​ບໍລິສັດ​ ແລະ​ ທ່ານ​ ຄໍາໄໝ​ ໄຊຍະລາດ.​

ການ​ເຊັນ​ບົດ​ບັນ​ທຶກ​ໃນຄັ້ງນີ້​ ແມ່ນຈະເລີ່ມຈັດຕັ້ງປະຕິບັດ ນັບແຕ່ມື້ເຊັນບົດບັນທຶກເປັນຕົ້ນໄປ.​

 

ແຫຼ່ງທີ່ມາຂ່າວ: ໜັງສືພິມ​ຈຳປາໃໝ່

Contribute