ກຳນົດເອົາວັນທີ 18-20 ກຸມພາທີ່ຈະມາເຖິງນີ້ເປັນມື້ຈັດງານມະຫະກໍາບຸນຊ້າງ

www.phakhaolao.la

 

ແຂວງໄຊຍະບູລີ ກຳນົດເອົາວັນທີ 18-20 ກຸມພາ 2023 ທີ່ຈະມາເຖິງນີ້ເປັນມື້ຈັດງານມະຫະກໍາບຸນຊ້າງ ຄັ້ງທີ XVI ປະຈໍາປີ 2023 ຢ່າງເປັນທາງການ ໂດຍຈະຈັດຂຶ້ນຢູ່ເມືອງໄຊຍະບູລີ ເຊີ່ງຈະມີຊ້າງເຂົ້າຮ່ວມງານທັງໝົດ ຈໍານວນ 75 ໂຕ.

ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ ຖະແຫລງຂ່າວຕໍ່ສື່ມວນຊົນໃນວັນທີ 3 ມັງກອນນີ້ວ່າ: ໄຊຍະບູລີ ເປັນແຂວງທີ່ຍັງມີປະຊາກອນຊ້າງຫຼາຍກວ່າໝູ່ຢູ່ບັນດາແຂວງໃນ ສປປ ລາວ, ດັ່ງນັ້ນ ເພື່ອເປັນການອະນຸລັກຮັກສາຊ້າງບໍ່ໃຫ້ສູນພັນ, ທັງເປັນການສືບຕໍ່ປົກປັກຮັກສາວັດທະນະທໍາ, ຮີດຄອງປະເພນີອັນດີງາມ ແລະ ວິຖີການ ດໍາລົງຊີວິດຂອງປະຊາຊົນລາວບັນດາເຜົ່າ ເວົ້າລວມ, ເວົ້າສະເພາະ ແມ່ນປະຊາຊົນບັນດາເຜົ່າພາຍໃນ ແຂວງໄຊຍະບູລີ ທີ່ມີມາແຕ່ດົນນານໃຫ້ຍືນຍົງຄົງຕົວຕະຫລອດໄປ ຈິ່ງໄດ້ຈັດງານມະຫະກໍາບຸນຊ້າງຂຶ້ນໃນແຕ່ລະປີ.

ສໍາລັບການຈັດງານມະຫະກໍາບຸນຊ້າງປະຈໍາປີ 2023 ແມ່ນເປັນ ຄັ້ງທີ XVI ເຊີ່ງຈະຈັດເປັນງານຍິ່ງໃຫຍ່ທີ່ມີຫຼາກຫຼາຍກິດຈະກໍາ ໂດຍເລີ່ມຈາກການຈັດງານຕະຫຼາດນັດວາງສະແດງຂາຍສິນຄ້າກະສິກໍາ, ຫັດຖະກໍາ, ອຸດສາຫະກໍາປຸງແຕ່ງ ແລະ ສິນຄ້າອື່ນໆ ທັງຈາກພາຍໃນແຂວງໄຊຍະບູລີ, ບັນດາແຂວງ ແລະ ສິນຄ້າຈາກປະເທດໃກ້ຄຽງ ເຊີ່ງຈະເລີ່ມແຕ່ວັນທີ 13 ກຸມພາເປັນຕົ້ນໄປ, ສ່ວນວັນທີ 15-16 ກຸມພາ ແມ່ນເປັນການຊ້ອມໃຫຍ່, ວັນທີ 17 ແມ່ນມື້ໃສ່ບາດເພື່ອອຸທິດສ່ວນກຸສົນແກ່ຊ້າງ, ຈາກນັ້ນ ວັນທີ 18-20 ກຸມພາ ແມ່ນມື້ຈັດງານມະຫະກໍາບຸນຊ້າງຢ່າງເປັນທາງການ.

ພ້ອມດຽວກັນນັ້ນຮອງເຈົ້າແຂວງໄຊຍະບູລີ ຍັງໄດ້ກ່າວຕື່ມວ່າ: ສໍາລັບກິດຈະກໍາສໍາຄັນທີ່ສຸດຂອງງານຄັ້ງນີ້ ແມ່ນກິດຈະກໍາທີ່ຕິດພັນກັບຊ້າງ ແລະ ການອະນຸລັກຊ້າງ ເປັນຕົ້ນແມ່ນການສະແດງຂອງຊ້າງຄໍາຮູ້, ການບາສີສູ່ຂວັນຊ້າງ, ການໃຫ້ອາຫາຊ້າງ ແລະ ການບໍລິການຂີ່ຊ້າງຊົມຕົວເມືອງ. ນອກຈາກນີ້ ຈະມີການສະແດງສິລະປະວັນນະຄະດີຂອງມວນຊົນ ແລະ ຈາກ 8 ເຜົ່າພາຍໃນແຂວງໃນແຕ່ລະຄືນ, ລວມເຖີງຈະມີການໂດດຈ້ອງຂອງກອງພັນທະຫານອາກາດ, ໃນແຕ່ລະວັນຈະມີການທ່ອງທ່ຽວບັນດາສະຖານທີ່ທ່ອງທ່ຽວທີ່ສວຍງາມຂອງ ແຂວງໄຊຍະບູລີ ແລະ ກິດຈະກໍາອື່ນໆ ຊຶ່ງໃນປັດຈຸບັນທຸກຂະແໜງການທີ່ກ່ຽວຂ້ອງຂອງແຂວງ ພວມສຸມໃສ່ຫ້າງຫາກະກຽມວຽກງານຂອງຕົນຢ່າງຕໍ່ເນື່ອງ ເພື່ອເຮັດໃຫ້ການຈັດງານມະຫະກໍາບຸນຊ້າງ ປະຈໍາປີ 2023 ປະສົບຜົນສໍາເລັດດ້ວຍດີ, ທັງສ້າງຄວາມເບີກບານມ່ວນຊື່ນ ແລະ ຄວາມເພີ່ງພໍໃຈໃຫ້ແກ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດທີ່ເດີນທາງເຂົ້າໄປທ່ອງທ່ຽວພາຍໃນງານຄັ້ງນີ້.

ແຫຼ່ງຂໍ້ມູນຈາກ:  FM 90 

 

Contribute