ການວິໄຈດິນ ຖືໄດ້​ວ່າເປັນໝາກຫົວໃຈທີ່ສຳຄັນຂອງການເຮັດກະສິກຳ

Lao Youth Radio FM 90.0 Mhz

ເພື່ອ​ໃຫ້​ໄດ້​ດິນ​ທີີ່​ມີ​ຄຸນ​ນະ​ພາບ ການກວດສຸຂະພາບດິນກໍ່ມີຄວາມສໍາຄັນ ໂດຍ​ສະ​ເພາະ​ແມ່ນການວິໄຈດິນ ຖືໄດ້​ວ່າເປັນໝາກຫົວໃຈຫຼັກ​ທີ່ສຳຄັນຂອງການເຮັດກະສິກຳ (ປູກຝັງ, ລ້ຽງສັດ) ​ເນື່ອງ​ຈາກວ່າການວິໄຈດິນກ່ອນປູກ ຈະເຮັດໃຫ້ຮູ້ເຖິງຄວາມອຸດົມສົມຂອງດິນ, ດິນເໝາະແກ່ການປູກພືດຊະ​ນິດ​ໃດ ແລະ ໃສຝຸ່ນແນວໃດ ເພື່ອໃຫ້ພຽງພໍກັບຄວາມຕ້ອງການຂອງພືດທີປູກ ທັງ​ຍັງ​ຊ່ວຍ​ໃຫ້ ຊາວກະສິກອນປະຢັດ​ລາຍ​ຈ່າຍ ແລະ ໄດ້ຮັບຜົນຜະລິດຫຼາຍຂື້ນ.

ຕາມກ​ານລາຍ​ງານ​ຂ​ອງກອງປະຊຸມລາຍງານການເຄື່ອນໄຫວວຽກວິຊາການຂອງ ກົມຄຸ້ມຄອງ ແລະ ພັດທະນາທີດິນກະສິກຳ ເມື່ອວັນທີ 16 ມີນາທີ່ຜ່ານມາ​ນີ້ ທ່ານ ປອ ນີວົງ ສີປະເສີດຫົວໜ້າກົມຄຸ້ມຄອງ ແລະ ພັດທະນາທີດິນກະສິກໍາໄດ້​ໃຫ້​ຮູ້ວ່າ: ຢູ່ ສປປລາວ ມີຫ້ອງວິໄຈດິນ ທີ່ມີຄຸນນະພາບ, ມີເຄື່ອງມືທີທັນສະໄໝ, ມີວິຊາການທີ່ມີປະສົບການສາມາດວິໄຈດິນ, ພືດ ແລະ ຝຸ່ນ ບໍ່ຈຳເປັນຕ້ອງສົ່ງໄປວິໄຈຢູ່ປະເທດໃກ້ຄຽງເຊັ່ນ: ໄທ, ຫວຽດ ຄື​ແຕ່ກ່ອນ ​ຊ່ວງ​ໄລ​ຍະ​ທີ່​ມີການແຜ່ລະບາດຂອງພະ​ຍາດໂຄວິດ-19 ເມື່ອ 2-3 ປີຜ່ານມາ ເຮັດ​ໃຫ້ຄົນລາວສ່ວນໃຫ່ຍ ໄດ້ໃຫ້ຄວາມສົນໃຈໃນເລື່ອງ ການປູກຝັງ, ລ້ຽງສັດຫຼາຍຂື້ນ ແຕ່ກໍ​ຍັງ​ຂາດ​ເຕັກ​ນິກ​ໃນການຜະລິດກະສິກຳ, ​ຂາດວິທະຍາສາດທີດີ ແລະ ຖືກຕ້ອງ ລວມເຖິງການວິໄຈດິນ ຍັງເຮັດແບບປະຖົມປະຖານ, ຕາມຄວາມຊີນເຄີຍທີພໍ່ແມ່ພາເຮັດ ຈຶ່ງເຮັດໃຫ້ໄດ້ຮັບຜົນຜະລິດບໍ່​ໄດ້ດີເທົ່າທີ່ຄວນ.

ການວິໄຈດິນໃນ​ປັດ​ຈຸ​ບັນ​ເຫັ​ນ​ວ່າ​ມີ​ທ່າ​ແຮງ​ເພີ່ມ​ຂຶ້ນຫຼາຍຖ້າ​ທຽບ​ໃສ່​ເມື່ອ​ກ່ອນ ໃນປີ2020 ວິໄຈດິນໄດ້ 1000 ກ່ວາຕົວຢ່າງ, ປີ 2021 ວິໄຈດິນໄດ້ 2000 ກ່ວາຕົວຢ່າງ ແລະ ປີ 2022 ນີ້ມີທ່າທີ່ຈະເພີ້ມຂື້ນຫຼາຍ ເນື່ອງ​ຈາກວ່າຫຼາຍ​ພາກ​ສ່ວນ​ໄດ້​ຫັນ​ມາ​ໃຫ້​ຄວາມ​ສຳ​ຄັນ​ຂອງ​ດິນ ໂດຍ​ສະ​ເພາະ​ແມ່ນບັນດາຜູ້ປະກອບການ, ຊາວກະສິກອນ, ໂຄງການທັງພາກລັດ ແລະ ເອກະຊົນ.

 

ທ່ານສາມາດ ຕິດຕໍ່ສອບຖາມ ລາຍລະອຽດ ກ່ຽວກັບການວິໄຈດິນຂອງທ່ານ ໄດ້ທີ່ ສູນວິໄຈດິນພືດ ແລະ ຝຸ່ນ, ກົມຄຸ້ມຄອງ ແລະ ພັດທະນາດິນກະສິກໍາ ກະຊວງກະສິກໍາ ແລະ ປ່າໄມ້ ຕັ້ງຢູ່ ບ້ານ ໜອງວຽງຄຳ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ.

ສອບຖາມຂໍ້ມູນເພີ່ມຕື່ມ ທີ່ເບີ: 030 9981400

#FAO #Soil #Nutrient #Laboratory #ຫ້ອງວິໄຈດິນ

Contribute