ຟານໄກ້ / Lesser Chevrotain

Use
Food
Income
Scientific Name / Family
Tragulus javanicus (Osbeck, 1765) / Tragulidae
Synonyms
Other Names
English: Lesser Mouse-deer, Kanchil, Lesser Mousedeer, Lesser Malay Chevrotain, Lesser Mouse Deer, Javan Chevrotain, Java Mousedeer, Javan Mousedeer ແລະ Lesser Oriental Chevrotain.
Thai: ກຣະຈົງໜູ
Conservation Status
Least Concern
Physical Description

ຈຳພວກຟານໄກ້ - Chevrotians ຕະກຸນ Tegulidae
     ຕະກຸນນີ້ແມ່ນລວມເຖິງບັນດາສາມະຊິກສັດຕີນກີບຂະໜາດນ້ອຍ, ສ່ວນໃຫຍ່ແມ່ນເປັນຈາໍພວກທີ່ພົວພັນກັບຟານ, ໃນຕະກຸນນີ້ລວມມີສາມສະກຸນທີ່ປະກອບດ້ວຍ Hyemoschus ຈາກພາກກາງ ແລະ ພາກຕາເວັນຕົກຂອງອາຟຣິກກາ, Moschiole ຈາກອິນເດຍ ແລະ ເນປານ, ສອງຊະນິດຂອງ Tragulus ຈາກອີນດູຈີນ ແລະ ເຂດພາກພື້ນຊັນໄດ. ໃນໂລກມີ 4 ຊະນິດ, ສປປລາວ ມີ 1 ຊະນິດ.
ຟານໄກ້ / Lesser Chevrotain
    ຫົວ ແລະ ລຳໂຕ ຍາວ: 40-48 ຊມ. ຫາງ ຍາວ: 6-8 ຊມ. ເປັນສັດຕີນກີບທີ່ນ້ອຍມີລັກສະນະພາຍນອກລະອຽດອ່ອນ, ຄວາມສູງຂອງບ່າໄຫລ່ 20 ຊມ. ດ້ານຫລັງມີສີນ້ຳຕານແດງທັງໝົດ, ມີຮູຂັບຖ່າຍ ສີຂາວຈາງແລະ ມີລາຍແຖບສີຂາວ 3 ແຖບຢູ່ກ້ອງຄໍ. ມີຂາຮຽວ.
    ອຸປະນິໄສ: ໂດຍທົ່ວໄປສ່ວນຫຼາຍຈະເຄື່ອນໄຫວໃນເວລາຕາເວັນກຳລັງຂຶ້ນ, ແຕ່ບາງຄັ້ງກໍຈະເຄື່ອນໄຫວໃນຊ່ວງເວລາກາງເວັນ. ຕາມທໍາມະດາແລ້ວຈະພົບເຫັນຢູ່ດ່ຽວ ຫຼື ເປັນຄູ່. ກິນຮາກຫຍ້າ, ໜໍ່ ແລະ ໃບໄມ້ອ່ອນ.
    ຖິ່ນອາໄສ: ພົບຕາມປ່າຫລາຍປະເພດ ແລະ ປ່າເຫລົ່າໃນທຸກພາກທົ່ວປະເທດ.

Description of Use

ອາຫານ:   ຊີ້ນ: ໃຊ້ເປັນອາຫານ.
ສິນຄ້າ:   ປະຈຸບັນເຂດທ້ອງຖິ່ນຍັງມີການລັກລອບລ່າເພື່ອນຳມາເປັນອາຫານ ແລະ ຂາຍອີກດ້ວຍ.

Contribute