ກະຖີ່ນດົງ / Black Catechu

Use
Medicine
Scientific Name / Family
Acacia catechu (L.f.) Willd. / Leguminosae
Synonyms
Acacia catechu var. catechuoides (Roxb.) Prain
Acacia catechu var. wallichiana P.C. Huang
Acacia catechuoides (Roxb.) Benth.
Acacia sundra (Roxb.) Bedd.
Acacia wallichiana DC.
Mimosa catechu L.f.
Mimosa catechuoides Roxb.
Other Names
ໄທ: ສີສຽດເໜືອ, ສີສຽດໄທ, ສີສຽດ, ຂີ້ສຽດ, ສີສຽດເຫຼືອງ, ສີສຽດແກ່ນ ແລະ ສະເຈ.
ຊື່ສາມັນ: Black Catechu ,Catechu Tree, Cutch tree,Acacia catechu ແລະ Cutch.
ຫວຽດນາມ: Keo cao, Keo cau ແລະ Keo catêsu.
Conservation Status
Near Threatened
Botanical Description

ຈັດເປັນໄມ້ຢືນຕົ້ນຂະໜາດນ້ອຍ ຫຼື ຂະໜາດກາງ. ລຳຕົ້ນສູງ 10-15 ມ, ປາຍຍອດໂລ່ງ, ຕາມລຳຕົ້ນ ແລະ ກິ່ງກ້ານມີໜາມ, ໂຄ້ງງໍອອກເປັນລັກສະນະເປັນຄູ່, ເປືອກສີເທົາເຂັ້ມ ຫຼື ສີເທົາປົນນ້ຳຕານ, ແຕກເປັນກິ່ງຍາວ, ມີແກ່ນໄມ້ເປັນສີນ້ຳຕານແດງ. ໃບປະສົມຂັ້ນສອງແບບຂົນນົກປາຍຄູ່, ອອກຮຽງສະຫຼັບ, ຍາວ 15-25 ຊມ. ໃບປະສົມຍ່ອຍອອກຮຽງກົງກັນຂ້າມກັນ, ມີ 10-20 ຄູ່. ໃບຍ່ອຍມີ 30-50 ຄູ່, ອອກຮຽງກົງກັນຂ້າມກັນ, ຮູບແຖບ, ກວ້າງ 0.5-1 ມມ, ຍາວ 4-7 ມມ, ໂຄນໃບບ້ຽວ, ຂອບລຽບ ຫຼື ມີຂົນ, ປາຍມົນ, ແຜ່ນໃບກ້ຽງ ຫຼື ມີຂົນເລັກນ້ອຍ. ກ້ານໃບລວມຮູບກົມ, ຍາວ 3-4 ຊມ, ມີຂົນ. ຊໍ່ດອກແບບຮວງເຂົ້າ, ອອກຕາມງ່າມໃບ ແລະ ປາຍກິ່ງ, ຍາວ 5-9 ຊມ. ດອກຍ່ອຍຂະໜາດນ້ອຍ, ສີຂາວ ຫຼື ສີເຫຼືອງ, ດອກບານເຕັມທີກວ້າງ 2-3 ມມ, ມີກິ່ນຫອມ. ກີບດອກມີ 5 ກີບ, ຍາວ 0.2-0.3 ຊມ. ເກສອນເພດຜູ້ຈຳນວນຫຼາຍ, ເປັນສັ້ນນ້ອຍສີຂາວ. ໝາກເປັນຝັກ, ຮູບຂອບຂະໜານ, ຍາວ 5-10 ຊມ, ແຫ້ງແລ້ວແຕກ, ສີນ້ຳຕານເຂັ້ມ ແລະ ເປັນມັນ. ແກ່ນມີ 3-7 ແກ່ນ, ຮູບແປ, ສີນ້ຳຕານອົມຂຽວ.

Description of Use

ສັບພະຄຸນ:

  • ແກ່ນໄມ້: ແກ້ອາການທ້ອງຂີ້ຮາກ, ແກ້ບິດ, ຮັກສາພະຍາດຜິວໜັງ, ປິດທາດ ແລະ ແກ້ລົງແດງ.
  • ເປືອກຕົ້ນ: ແກ້ບິດ, ແກ້ຖອກທ້ອງ, ຮັກສາແຜ ແລະ ແກ້ອາການທ້ອງຂີ້ຮາກ.
  • ແກ່ນ: ຝົນແກ້ພະຍາດຫິດ, ແຜຊ້ຳເຮື້ອ ແລະ ຮັກສາແຜນ້ຳກັດຕີນ.

ສານທີພົບ:

  • ທັງຕົ້ນ: ພົບສານ Epicatechin.
  • ເປືອກ: ພົບສານ Catechol, Gallic acid ແລະ Tannin.
  • ແກນໄມ້: ພົບສານ Catechin ແລະ Dicatechin.
  • ໃບ: ພົບສານ Catechin, Isoacacatechol ແລະ Tannins isoacacatechol acetate.

ຄຸນປະໂຫຍດ: 

  • ທັງຕົ້ນ: ໃຊ້ຍ້ອມສີຜ້າ ແລະ ຟອກໜັງ. 
Contribute