ຖົ່ວລຽນເຄືອ / Thu Rian Kher
APA 6th ed. ຖົ່ວລຽນເຄືອ / Thu Rian Kher. (2023, June 8). Retrieved from https://www.phakhaolao.la/kb/0001246
MLA 8th ed. ຖົ່ວລຽນເຄືອ / Thu Rian Kher. Pha Khao Lao, 8 June 2023, https://www.phakhaolao.la/kb/0001246.
Chicago 17th ed. Pha Khao Lao. 2023. "ຖົ່ວລຽນເຄືອ / Thu Rian Kher." Published June 8, 2023. https://www.phakhaolao.la/kb/0001246.

Byttneria integrifolia Lace
Byttneria nepalensis Turcz.
Byttneria siamensis Craib
Commersonia aspera G.Don
ໄທ: ຊາເດື່ອ, ທຸລຽນເຄືອ ແລະ ທຸລຽນຈຸບ.
ຈີນ: 刺果藤.
ຫວຽດນາມ: Bích nữ nhọn, Quả gai ແລະ Trôm leo.
ລຳຕົ້ນເປັນເຄືອ, ເປຶອກນອກບາງ, ມີໜາມສັ້ນກະຈາຍຢູ່ທົ່ວ, ບໍລິເວນຍອດມີຂົນສີນ້ຳຕານອ່ອນນຸ້ມກະຈາຍຢ່າງໜາແໜ້ນ. ໃບດ່ຽວ, ອອກວຽນສະຫຼັບ, ຮູບໄຂ່, ຮູບຫົວໃຈ ຫຼື ຮູບຂອບຂະໜານ, ກວ້າງ 5-10 ຊມ, ຍາວ 10-15 ຊມ, ໂຄນໃບຮູບຫົວໃຈ, ຂອບລຽບ, ປາຍແຫຼມ, ແຜ່ນໃບໜາຄ້າຍຄືໜັງ, ສາກຊາ, ຜິວໃບດ້ານເທິງສີຂຽວເຂັ້ມ, ຜິວລຽບ ຫຼື ມີຂົນກະຈາຍບາງໆ, ຜິວໃບດ້ານລຸ່ມສີຂຽວອ່ອນ, ມີຂົນກະຈາຍໜາແໜ້ນ, ໃບອ່ອນສີນ້ຳຕານ ຫຼື ສີແດງ. ກ້ານໃບຮູບກົມ, ຍາວ 10-18 ຊມ. ຊໍ່ດອກແບບດິ້ວຄັນຮົ່ມ, ອອກຕາມງ່າມໃບ ຫຼື ງ່າມໃບໃກ້ກັບປາຍກິ່ງ. ດອກຍ່ອຍເປັນດອກແຍກເພດໃນຕົ້ນດຽວກັນ, ມີຈຳນວນຫຼາຍ, ຂະໜາດນ້ອຍ. ໝາກແຫ້ງ, ຮູບກົມ, ມີຂະໜາດເສັ້ນຜ່າສູນກາງປະມານ 2-3 ຊມ, ເປືອກມີໜາມແຫຼມຍາວກະຈາຍຢ່າງໜາແໜ້ນ, ໝາກແກ່ແລ້ວແຕກອອກເປັນ 5 ແສກ. ແກ່ນມີ 5 ແກ່ນ, ມີປີກ.
ສັບພະຄຸນ:
ໃບ: ຊ່ວຍຢັ້ບຢັ້ງ ແລະ ຕ້ານແບັກທິເຣຍທີ່ກໍ່ໃຫ້ເກີດພະຍາດ, ຮັກສາໄອ ແລະ ຮັກສາຫວັດ.
ພືດເສັ້ນໄຍ:
ເປືອກ: ໜຽວສາມາດນຳມາເຮັດເຊືອກມັດສິ່ງຂອງໄດ້.
ຄຸນປະໂຫຍດ:
ເປືອກ ແລະ ໃບ: ເປັນອາຫານຂອງຊ້າງປ່າ.