ໝາກຈັນ / Gold apple

Use
Energy
Food
Income
Medicine
Scientific Name / Family
Diospyros decandra Lour. / EBENACEAE
Synonyms
Diospyros packmannii C.B.Clarke
Other Names
ໄທ: ຕົ້ນອິນຈັນ, ຈັນ, ອີນ, ຈັັນອິນຈັນໂອ, ຈັນອິນ, ຈັນລູກຫອມ, ຈັນເຂົ້າ, ລູກຈັນ, ລູກອິນ ແລະ ລູກຈັນທາ.
ອັງກິດ: Gold apple.
Conservation Status
Endangered
Botanical Description

ຈັດເປັນໄມ້ຢືນຕົ້ນ, ລຳຕົ້ນຕັ້ງຊື່, ສູງ 10-20 ມ, ປາຍຍອດເປັນຊົງກົມ,​ ປາຍໜາທຶບ, ເປືອກລຽບ, ສີນ້ຳຕານເຂັ້ມອົມເທົາ ຫຼື ສີດຳ, ແຕກເປັນເກັດ, ເນື້ອໄມ້ສີຂາວ, ກິ່ງອ່ອນ ຫຼື ປາຍຍອດມີຂົນສີນ້ຳຕານປົກຄຸມຢູ່ ແລະ ມີກິ່ງກ້ານທີ່ໜຽວ. ໃບດ່ຽວ, ອອກຮຽງສະຫຼັບ, ຮູບຮີ, ກ້ວາງ 1-3 ຊມ, ຍາວ 7-10 ຊມ, ໂຄນໃບມົນ, ຂອບລຽບ ຫຼື ເປັນຄື້ນເລັກນ້ອຍ, ປາຍແຫຼມ ຫຼື ຮຽວແຫຼມ, ແຜ່ນໃບບາງຄ້າຍຄືເຈ້ຍ, ຜິວລຽບມັນ. ຊໍ່ດອກແບບກະຈະ ຫຼື ດອກດ່ຽວ, ດອກແຍກເພດຕ່າງຕົ້ນກັນ. ຊໍ່ດອກຜູ້ເປັນຊໍ່ນ້ອຍ, ມີດອກຍ່ອຍປະມານ 3 ດອກ, ທຸກສ່ວນມີຂົນສີນ້ຳຕານແດງປົກຄຸມຢູ່. ກາບດອກມີ 4- 5 ກີບ, ແຍກກັນ, ແຕ່ມີລັກສະນະເປັນຮູບຖ້ວຍ. ກີບດອກເຊື່ອມຕິດກັນເປັນຮູບໂຖ, ປາຍແຍກອອກເປັນ 4-5 ກີບ. ດອກແມ່ອອກເປັນດອກດ່ຽວ, ກາບດອກ ແລະ ກີບດອກຄ້າຍກັບດອກຜູ້ແຕ່ມີຂະໜາດໃຫຍ່ກ່ວາ. ໝາກຮູບກົມ, ມີຂະໜາດເສັ້ນຜ່າສູນກາງປະມານ 4-8 ຊມ, ມີກາບດອກຕິດທົນຈົນເປັນໝາກ, ໝາກມີເນື້ອ, ໝາກອ່ອນເປັນສີຂຽວ, ໝາກແກ່ເປັນສີເຫຼືອງ, ມີກິ່ນຫອມ ແລະ ຫວານສາມາດກິນໄດ້. ແກ່ນມີ 2-3 ເມັດ, ບໍ່ມີຮອຍບຸ່ມ.

Description of Use

ອາຫານ: 

  • ໝາກສຸກ: ມີຣົດຊາດຫວານສາມາດຮັບປະທານໄດ້.

ສັບພະຄຸນ: 

  • ເນື້ອໄມ້: ຊ່ວຍບຳລຸງເລືອດລົມ, ໃຊ້ປຸງເປັນຢາບຳລຸງປະສາດ, ແກ້ອາການເຫື່ອຫຼາຍ, ແກ້ໄຂ້ທີ່ມີຜົນຕໍ່ຕັບ ແລະ ບີ, ຊ່ວຍຮັກສາອາການຕັບອັກເສບ, ຮັກສາບີອັກເສບ ແລະ ຊ່ວຍຂັບພະຍາດພິດ.
  • ແກ່ນລຳຕົ້ນ: ຊ່ວຍບຳລຸງຜິວ, ແກ້ລົມ, ແກ້ອາການອ່ອນເພຍ, ຊ່ວຍບຳລຸງຫົວໃຈ, ແກ້ໄຂ້ທີ່ມີຜົນຕໍ່ດີ, ແກ້ເລືອດດັງໄຫຼ, ແກ້ໄອ ແລະ ຮັກສາຕັບອັກເສບ.
  • ແກ່ນໄມ້ ແລະ ເນື້ອໄມ້: ແກ້ອາການຮ້ອນໃນເນື່ອງຈາກຂາດນ້ຳ, ແກ້ໄຂ້, ບຳລຸງຕັບ ແລະ ປອດ.
  • ນ້ຳຈາກໝາກ: ຊ່ວຍຕ້ານອານຸມູນອິດສະຫຼະໄດ້ເປັນຢ່າງດີ ແລະ ຊ່ວຍຢັບຢັ້ງການແຕກຕົວຂອງເມັດເລືອດແດງໄດ້.
  • ໝາກ ແລະ ເນື້ອໄມ້: ຊ່ວຍບຳລຸງກຳລັງ.
  • ໝາກ: ແກ້ອາການນອນບໍ່ຫຼັບ, ອາການກະສັບກະສ່າຍ ແລະ ແກ້ອາການຖອກທ້ອງ.

ສິນຄ້າ: 

  • ໝາກ: ສາມາດນຳມາແປຮູບເປັນຂອງຫວານ. 
  • ເນື້ອໄມ້: ມີລາຍທີ່ສວຍງາມຈຶ່ງນິຍົມນຳມາເຮັດເຟີນິເຈີ.

ພະລັງງານ: 

  • ເນື້ອໄມ້: ມີເນື້ອໄມ້ແຂງຈຶ່ງນິຍົມຕັດມາເຮັດຟືນ ຫຼື ນຳມາເຮັດເປັນຖ່ານ. 
Contribute