ອາຫານໝັກສຳຫຼັບລ້ຽງໄກ່
ນຳຕົ້ນກ້ວຍມາເຮັດເປັນອາຫານໝັກ ນອກຈາກນີ້ສາມາດນຳພືດຊະນິດອື່ນມາເຮັດເປັນອາຫານໝັກໄດ້ດ້ວຍ ເຊັ່ນ: ສາລີ, ມັນຕົ້ນ, ເສດຜັກ. ການໝັກບໍ່ໄດ້ຊ່ວຍໃຫ້ໂປຣຕິນເພີ່ມຂຶ້ນ.  ແຕ່ການໝັກເໝາະສົມຈະຊ່ວຍໃຫ້ເກີດຈຸລິນຊີທີ່ຜະລິດອາຊິດແລກຕິກທີ່ມີປະໂຫຍດເພີ່ມຈຳນວນຫຼາຍຂຶ້ນ, ຊ່ວຍເສີມສ້າງໃຫ້ໄກ່ມີສຸຂະພາບແຂງແຮງຂຶ້ນ ສູດທີນິຍົມໃຊ້ໃນການໝັກຕົ້ນກ້ວຍດັ່ງນີ້:
ວັດຖຸດິບ        
ຕົ້ນກ້ວຍໝັກ/ມັນຕົ້ນ/ສາລີ=100 ກິໂລ
ກາກນ້ຳຕານ ຫຼື ນ້ຳຕານຊາຍແດງ=4 ກິໂລ
ເກືອແກງ=1 ກິໂລ

ເອົາສ່ວນປະສົມທັ້ງໝົດມາປະສົມກັນໃນຖັງເມື່ອປະສົມແລ້ວໃຫ້ເອົາຝາປິດບໍ່ໃຫ້ອາກາດເຂົ້າ, ໂດຍໃຊ້ເວລາປະມານ 4-10 ວັນ. ກໍ່ສາມາດນໍາໄປໃຫ້ໄກ່ກິນໄດ້ ການໝັກຈະເກີດຂຶ້ນສົມບູນພາຍໃຕ້ສະພາບປອດອາກາດ ດັ່ງນັ້ນຈຶ່ງຕ້ອງປິດພາຊະນະໃຫ້ໜາແໜ້ນ ເມື່ອເປິດນຳເອົາອາຫານໝັກໄປໃຊ້ແລ້ວກໍ່ຕ້ອງປິດໃຫ້ແໜ້ນເພື່ອບໍ່ໃຫ້ອາຫານໝັກເສຍ ຫຼື ເນົ່າ ອາຫານໝັກຈະສາມາດໃຊ້ໄດ້ຫຼາຍມື້.

 

 

Contribute