ການລ້ຽງໄກ່ນ້ອຍ

https://www.facebook.com/photo/?fbid=139186000919500&set=ecnf.100044843013420
ການລ້ຽງໄກ່ ແລະ ການບົວລະບັດຮັກສາໄກ່ນ້ອຍ ແບບອອກໄດ້ 2 ວິທີ:
-    ການໃຫ້ແມ່ໄກ່ລ້ຽງລູກເອງ: ເມື່ອໄກ່ນ້ອຍແຕກແລ້ວໃຫ້ຍ້າຍແມ່ໄກ່ ແລະ ລູກນ້ອຍລົງມາຂັງໄວໃນສຸ່ມ ຫຼື ຍາງ, ເພື່ອໃຫ້ແມ່ອົບເອົາລູກນ້ອຍ, ເອົາອາຫານ ແລະ ນ້ຳໃຫ້ກິນເຕັມທີ່, ຈະຊ່ວຍໃຫ້ລູກໄກ່ແຂງແຮງ, ເພື່ອຫຼຸດອັດຕາການຕາຍ ແລະ ເຮັດໃຫ້ແມ່ໄກ່ຟື້ນຕົວໄດ້ໄວຂຶ້ນ. ເມື່ອໄກ່ນ້ອຍແຂງແຮງດີ (1-2 ອາທິດ) ຈຶ່ງເປິດສຸ່ມ ຫຼື ຍາງໃຫ້ລູກໄກ່ອອກໄປຫາກິນກັບແມ່ໄກ່ໄດ້ ປ່ອຍໃຫ້ແມ່ໄກ່ລ້ຽງລູກຕໍ່ໄປ. ອີກປະມານ 2 ອາທິດຈຶ່ງແຍກໄກ່ນ້ອຍອອກຈາກແມ່ ນຳໄປລ້ຽງໃນ ຄອກ ຫຼື ສຸ່ມ ແຍກລ້ຽງຕ່າງຫາກເພື່ອໃຫ້ແມ່ໄກ່ໄດ້ພັກຜ່ອນ ແລະ ກຽມໂຕສຳຫຼັບໄຂ່ຊຸດຕໍ່ໄປ. ລູກໄກ່ທີ່ແຍກອອກຈາກແມ່ໄກ່ ຍັງຫາອາຫານບໍ່ເກັ່ງ ແລະ ປ້ອງກັນຕົວເອງບໍ່ທັນໄດ້, ຜູ້ລ້ຽງຈຶ່ງຕ້ອງເບິ່ງແຍງເປັນພິເສດເພື່ອໃຫ້ລູກໄກ່ແຂງແຮງ ແລະ ເມື່ອອາຍຸໄດ້ 1.5-2 ເດືອນ ຈຶ່ງປ່ອຍລ້ຽງຕາມທຳມະຊາດໃນໄລຍະນີ້ ເປັນໄລຍະທີີ່ລູກໄກ່ຈະມີອັດຕາການຕາຍຫຼາຍທີ່ສຸດ ເນື່ອງຈາກລູກໄກ່ຈະຕ້ອງມີການປັບຕົວຫຼາຍຢ່າງ ໂດຍສະເພາະເລື່ອງການຫາອາຫານກິນເອງ ດັ່ງນັ້ນ ຜູ້ລ້ຽງຈຶ່ງຕ້ອງເອົາໃຈໃສ່ຢ່າງໃກ້ຊິດໃນເລື່ອງອາຫານ, ນ້ຳ ແລະ ການປ້ອງກັນພະຍາດ ເປັນຕົ້ນ.
-    ການແຍກໄກ່ນ້ອຍມາລ້ຽງແທນແມ່ໄກ່: ລູກໄກ່ນ້ອຍທີ່ແຕກໃໝ່ຈະບໍ່ສາມາດຮັກສາອຸນຫະພູມໃນຮ່າງກາຍໄດ້ ແລະ ຍັງຫາອາຫານກິນເອງບໍ່ເກັ່ງ, ດັ່ງນັ້ນ ຫຼັງຈາກທີ່ລູກໄກ່ແຕກອອກມາຈະຕ້ອງນຳໄປລ້ຽງໃນສຸ່ມ ຫຼື ຄອກທີ່ໃຫ້ຄວາມອົບອຸ່ນ ຈັດນ້ຳ ແລະ ອາຫານໃຫ້ກິນຢ່າງເຕັມທີ່ເພື່ອໃຫ້ລູກໄກ່ແຂງແຮງ ແລະ ຈະເລີນເຕິບໂຕປົກກະຕິໃຊ້ເວລາ 3-4 ອາທິດ. ຂຶ້ນກັບລະດູການ ແລະ ສະພາບອາກາດ, ອຸນຫະພູມເໝາະສົມ ຈະເລິ່ມຕົ້ນ 35 ອົງສາ, ຈາກນັ້ນຈະຫຼຸດລົງມາທຸກອາທິດປະມານ 3 ອົງສາ ຈົນກວ່າຈະຢູ່ໃນອຸນຫະພູມປົກກະຕິ ຢ່າງໃດກໍ່ຕາມ ອຸນຫະພູມທີ່ແນະນຳນີ້ເປັນພຽງແນວທາງປະຕິດບັດເທົ່ານັ້ນ, ຜູ້ລ້ຽງຈະຕ້ອງສັງເກດພຶດຕິກຳຂອງລູກໄກ່ຄວບຄຸມກັນໄປເຊັ່ນ: ຖ້າຫາກອຸນຫະພູມຕໍ່າເກີນໄປລູກໄກ່ຈະນອນສຸ່ມຮ່ວມກັນ, ຖ້າລູກໄກ່ພະຍາຍາມໜີຫ່າງຈາກເຄື່ອງອົບອຸ່ນ ສະແດງວ່າອຸນຫະພູມສູງເກີນໄປ ເປັນຕົ້ນ. ການລ້ຽງໄກ່ພຶ້ນເມືອງໂດຍທົ່ວໄປຊາວກະສິກອນມັກຈະປ່ອຍໃຫ້ໄກ່ຫາ ກິນເອງຕາມທຳມະຊາດ ແລະ ອາດຈະໃຫ້ອາຫານເພິ່ມເຕີ່ມອີກ ໃນຊ່ວງເຊົ້າ ຫຼື ຕອນແລງ, ອາຫານທີໃຫ້ສ່ວນຫຼາຍເປັນເຂົ້າເປືອກ, ຮຳເຂົ້າ, ເຂົ້າປຽນ ຫຼື ອາດເປັນເສດອາຫານຈາກຄົວເຮືອນ ເຮັດໃຫ້ໄກ່ມັກຈະປະສົບປັນຫາການຂາດອາຫານ ແລະ ຈະເລີນເຕິບໂຕຊ້າ, ການຈັດການອາຫານທີ່ເໝາະສົມຈະຊ່ວຍເພີ່ມປະສິດທິພາບການຜະລິດ ຊ່ວຍໃຫ້ໄກ່ມີອັດຕາການຈະເລີນເຕິບໂຕດີຂຶ້ນ ອັດຕາການຕາຍຫຼຸດລົງ.

 

Contribute