ອາຫານສຳຫຼັບໄກ່

 

https://www.facebook.com/%E0%BA%82%E0%BA%B2%E0%BA%8D%E0%BB%84%E0%BA%81%E0%BB%88%E0%BA%A5%E0%BA%B2%E0%BA%94-%E0%BB%84%E0%BA%82%E0%BB%88%E0%BB%84%E0%BA%81%E0%BB%88%E0%BA%A5%E0%BA%B2%E0%BA%94-105442391040779/photos/pcb.138912864360398/138912761027075/
-ໂປຣຕີນ: ເພື່ອນໍາໄປສ້າງກ້າມຊິ້ນ, ຂົນ, ເລືອດ ແລະ ພູມຄຸ້ມກັນ, ວັດຖຸດິບຈາກພຶດໄດ້ແກ່: ກາກຖົ່ວເຫຼືອງ, ໃບກະຖິ່ນ. ວັດຖຸດິບຈາກສັດໄດ້ແກ່ປາປົ່ນ, ຫອຍເຊີຣີ, ຂີ້ກະເດືອນ, ໜອນ, ແມງໄມ້.
-ແປ້ງ ຫຼື ຄາຣ໌ໂບໄຮເດຣດ: ເພື່ອນໍາໄປສ້າງພະລັງງານໃນຮ່າງກາຍສໍາຫຼັບການເຄື່ອນໄຫວຂອງຮ່າງກາຍເຊັ່ນ: ແລ່ນ, ຍ່າງ ເພື່ອເຮັດກິດຈະກຳຕ່າງໆ. ວັດຖຸດິບໄດ້ຈາກພືດເປັນສ່ວນຫຼາຍ ເຊັ່ນ ຮຳ, ສາລີ, ເຂົ້າປຽນ, ເຂົ້າເປືອກ, ມັນຕົ້ນ. ມັນດ້າງ ເປັນຕົ້ນ
-ໄຂມັນ ເພື່ອນໍາໄປສ້າງຄວາມອົບອຸ່ນໃຫ້ຮ່າງກາຍ ວັດຖຸດິບຈາກພືຶດໄດ້ແກ່ ນໍ້າມັນຈາກຖົ່ວ, ໝາກພ້າວ. ວັດຖຸດິບຈາກສັດໄດ້ແກ່ ນໍ້າມັນໝູ, ໄຂສັດ ເປັນຕົ້ນ.
-ແຮ່ທາດ ຈໍາເປັນສໍາຫຼັບການສ້າງກະດູກ ເປັນສ່ວນປະສົມຂອງເລືອດ ແລະ ເປືອກໄຂ່ ວັດຖຸດິບໄດ້ແກ່ ເປືອກຫອຍປົ່ນ, ກະດູກປົ່ນ, ຫິນເກັດ, ຫິນຝຸ່ນ ແລະ ໄດແຄລຊຽມຟອສເຟສ ເປັນຕົ້ນ.
- ໄວຕາມິນ ຈໍາເປັນສໍາຫຼັບການສ້າງຄວາມແຂງແຮງ ແລະ ຊ່ວຍສ້າງພູມຕ້ານທານພະຍາດ ແລະ ບໍາລຸງລະບົບປະສາດ ສ່ວນຫຼາຍໄດ້ຈາກພືດສັດ ເຊັ່ນ: ຫຍ້າສົດ, ສາລີ, ຮຳ ເປັນຕົ້ນ.
ອາຫານສຳລັບພໍ່ແມ່ພັນໄກ່
ໄກ່ພໍ່ແມ່ພັນຕ້ອງການໂພຊະນາອາຫານເພື່ອດຳລົງຊີວິດການໃຫ້ໄຂ່, ການສ້າງພູມຄຸ້ມກັນ ແລະ ຈະຕ້ອງສະສົມອາຫານໄວ້ໃນໄຂ່ເພື່ອສົ່ງຕໍ່ໄປຍັງລູກ ໄກ່ພໍ່ແມ່ພັນຕ້ອງການໂປຣຕິນປະມານ 15-16% ໃນອາຫານ ຈະຕ້ອງມີໄວຕາມິນ ແລະ ແຮ່ທາດພຽງພໍຕໍ່ຄວາມຕ້ອງການ ສຳຫຼັບການລ້ຽງໄກ່ແບບປ່ອຍອິດສະຫຼະຕ້ອງການອາຫານປະມານ 90-120 ກຼາມ/ໂຕ/ວັນ ສູດອາຫານສໍາຫຼັບໄກ່ພໍ່ແມ່ພັນ ອາດແຕກຕ່າງກັນໃນແຕ່ລະພື້ນທີ່ ຂຶ້ນກັບຊະນິດຂອງວັດຖຸດິບທີ່ມີໃນແຕ່ພື້ນທີລວມທັງລາຄາວັດຖຸດິບ ດ້ວຍຕົວຢ່າງສູດອາຫານສຳລັບໄກ່ພໍ່ແມ່ພັນ.
ຕາຕະລາງສູດອາຫານໄກ່ ພໍ່-ແມ່ພັນ

ວັດຖຸດິບ      ສູດ 1     ສູດ 2
ອາຫານສຳເລັດຮູບໄກ່ພັນຊິ້ນ (CP 21%) 75 75
ຮຳລະອຽດ   20  20
ແກບ/ຮຳຫຍາບ  -
ຫຍ້າເນເປ່ຍສັບ   - 5
ນ້ຳໜັກລວມ  100 100
ໂປຣຕີນ (%)  14,9 14,9

ອາຫານສຳຫຼັບໄກ່ຂຸນ
ການລ້ຽງໄກ່ພື້ນເມືອງແບບປ່ອຍອິດສະຫຼະເພື່ອຂຸນຈຳໜ່າຍນັ້ນຈະແບ່ງການໃຫ້ອາຫານອອກເປັນ 4 ຊ່ວງໄດ້ແກ່:
-    ອາຍຸ 0-3 ອາທິດ:  ຄວນໃຫ້ອາຫານສຳເລັດຮູບສຳຫຼັບໄກ່ພື້ນເມືອງ (ໂປຣຕີນ 17-19%) ຫຼື ອາຫານສຳຫຼັບລູກໄກ່ພັນຊິ້ນ (ໂປຣຕີນ 21%) ຈະເຮັດໃຫ້ໄກ່ໃຫຍ່ໄວ ແລະ ແຂງແຮງ. ເນື່ອງຈາກເປັນຊ່ວງທີ່ໄກ່ຕ້ອງການສານອາຫານເພື່ອການຈະເລີນເຕິບໂຕ ແລະ ລະບົບທາງເດີນອາຫານຂອງລູກໄກ່ ຍັງບໍ່ສົມບູນຈຶ່ງຍ່ອຍອາຫານທີ່ມີເຍື່ອໃຍສູງໄດ້ບໍ່ດີ.
-    ອາຍຸ 4-6 ອາທິດ: ຄວນໃຫ້ອາຫານສຳເລັດຮູບທີ່ມີໂປຣຕິນ 17-19% ປະສົມກັບວັດຖຸດິບທີຫາໄດ້ໃນທ້ອງຖິ່ນ ເຊັ່ນ ຮຳເຂົ້າ, ເຂົ້າປຽນ, ສາລີ ໂດຍໃຊ້ອາຫານສຳເລັດຮູບ 90% ປະສົມກັບວັດຖຸດິບໃນທ້ອງຖິ່ນ 10% ຈະຊ່ວຍຫຼຸດຄ່າໃຊ້ຈ່າຍຄ່າອາຫານຫຼຸດລົງໄດ້ເລັກຫນ້ອຍ.
-    ອາຍຸ 7-14 ອາທິດ: ຄວນໃຊ້ອາຫານທີ່ມີໂປຣຕິນ 14-15% ໃນລະບົບການລ້ຽງແບບປ່ອຍ ຊາວກະສິກອນ ອາດຈະໃຫ້ອາຫານທີ່ມີໂປຣຕິນຕໍ່າກວ່ານີ້ກໍ່ໄດ້, ເນື່ອງຈາກໄກ່ສາມາດຫາອາຫານຈຳພວກໂປຣຕິນຈາກທຳມະຊາດ ເຊັ່ນ: ໜອນ, ແມງ, ຂີ້ກະເດືອນໄດ້ເອງ ຕົວຢ່າງສູດອາຫານສຳຫຼັບໄກ່ຂຸນ 7 ອາທິດ ຂຶ້ນໄປ ດັ່ງສະແດງໃນຕາລາງລຸ່ມນີ້.
ຕົວຢ່າງສູດອາຫານລ້ຽງໄກ່ຂຸນ

ວັດຖຸດິບ         ສູດ 1     ສູດ 2
ອາຫານສຳເລັດຮູບໄກ່ພັນຊິ້ນ (CP 21%) 35  35 
ຕົ້ນກ້ວຍໜັກ  10  8
ຮຳຫຍາບ   - 25
ສາລີ    35 25
ຖົ່ວເຫຼືອງບົດ   5 12
ຮຳລະອຽດ     15  -
ນ້ຳໜັກລວມ     100 100
ໂປຣຕີນ (%)  14,9 14,9

 

Contribute