ຄອກໄກ່

ຄອກໄກ່ສຳຫຼັບລ້ຽງໄກ່ພື້ນເມືອງແມ່ນບໍ່ມີຮູບແບບ ແລະ ໂຄງຮ່າງຕາຍຕົວ. ແຕ່ບ່ອນສ້າງຄອກໄກ່ນັ້ນຄວນຈະເປັນບ່ອນທີ່ມີເດີ່ນຫຍ້າ ຫຼື ອາຫານສຳຫຼັບໄກ່.  ເພື່ອໃຫ້ໄກ່ໄດ້ອອກມາຫາອາຫານກິນໄດ້ເອງຕາມບໍລິເວນເດີ່ນ.  ເພື່ອຫຼຸດຜ່ອນຄ່າໃຊ້ຈ່າຍສຳຫຼັບອາຫານ ແລະ ເຮັດໃຫ້ໄກ່ສະແດງພືດຕິກຳຕາມທຳມະຊາດຂອງມັນເຊັ່ນ: ການເຂ່ຍຫາອາຫານ, ການອາບແດດ, ນອນເກືອກຝຸ່ນ ເປັນຕົ້ນ, ຈະເຮັດໃຫ້ໄກ່ມີສຸຂະພາບແຂງແຮງດີ. ລັກສະນະຂອງຄອກໄກ່ຈະຂື້ນຢູກັບວັດຖຸອຸປະກອນ ແລະ ງົບປະມານ.

ລັກສະນະຂອງຄອກໄກ່ທີ່ດີຄວນມີລັກສະນະດັ່ງນີ້:

- ສາມາດປ້ອງກັນແສງແດດ ກັນລົມ ແລະ ກັນຝົນໄດ້ດີ.
- ພາຍໃນຄອກຄວນໂລ່ງ ແລະ ອາກາດລະບາຍໄດ້ດີ, ແຕ່ບໍ່ໃຫ້ລົມພັດຫຼາຍເກີນໄປ.
- ຄວນສ້າງຄອກແບບປະຢັດ, ໃຊ້ວັດຖຸສິ່ງກໍ່ສ້າງທີ່ຫາໄດ້ງ່າຍໃນທ້ອງຖິ່ນ ຮັກສາຄວາມສະອາດໄດ້ງ່າຍ, ສາມາດສີດຢາປ້ອງກັນພະຍາດ ແລະ ສາມາດປ້ອງກັນກາຝາກພາຍນອກໄດ້ງ່າຍ ແລະ ທົ່ວເຖິງ.
- ປ້ອງກັນສັດຕູຕ່າງໆໄດ້ດີ ເຊັ່ນ: ໝາ, ແມວ, ນົກ ແລະ ໜູ
- ຄວນປຸກຫ່າງຈາກເຮືອນເພື່ອປ້ອງກັນພະຍາດ ແລະ ກິ່ນເໝັ່ນ.
- ຈະເປັນພື້ນທີ່ເຂົ້າຫາໄດ້ສະດວກສະບາຍ.
 

ອຸປະກອນ

ອຸປະກອນໃຫ້ອາຫານ: ເພື່ອປ້ອງກັນບໍ່ໃຫ້ອາຫານຕົກເຮ່ຍ ແລະ ປອດໄພຈາກເຊື້ອພະຍາດຕ່າງ. ອາດຈະເຮັດຈາກວັດຖຸທີ່ມີໃນທ້ອງຖີ່ນທີ່ທົນທານ ແລະ ຮັກສາຄວາມສະອາດໄດ້ງ່າຍ ເຊັ່ນ: ຮາງໄມ້ໄຜ, ຢາງຕິນລົດ ຫຼື ໃຊ້ຖັງອາຫານໄກ່ແບບແຂນ. ຈະຕ້ອງກະກຽມໄວ້ໃຫ້ພຽງພໍ່ກັບຈຳນວນໄກ່ເພາະໄກ່ຈະກິນອາຫານພ້ອມກັນ.

ອຸປະກອນໃສ່ນ້ຳກິນ: ຄວນຈັດຫານ້ຳດື່ມໃຫ້ໄກ່ໄດ້ມີນ້ຳກິນຕະຫຼອດເວລາອຸປະກອນໃຫ້ນ້ຳອາດໃຊ້ໄມ້ໄຜ່, ຖ້ວຍ, ຈານ, ອ່າງດິນ ຫຼື ກະປຸກນ້ຳພລາສຕິກກໍ່ໄດ້.

ຂອນນອນ: ຕາມທຳມະຊາດໄກ່ພື້ນເມືອງຈະບໍ່ນອນຕາມພື້ນດິນ, ແຕ່ມັກນອນໃນຂອນໄມ້ ຫຼືື ຕົ້ນໄມ້, ດັ່ງນັ້ນ ຄວນຈັດໃຫ້ມີຂອນນອນໄວ້ມູມໃດມູນໜື່ງຂອງຄອກໄກ່ ເພື່ອໃຫ້ໄກ່ໃຊ້ເປັນບ່ອນນອນໃນເວລາກາງຄືນ.

ຮັງໄຂ່: ປົກກະຕິໄກ່ພື້ນເມືອງຈະເລີ່ມໄຂ່ເມື່ອອາຍຸປະມານ 6-8 ເດືອນ, ດັ່ງນັ້ນຜູ້ລ້ຽງຈະຕ້ອງຈັດຮັງໄຂ່ໄວ້ໃຫ້ໄກ່ກ່ອນທີ່ໄກ່ຈະເລີ່ມວາງໄຂ່, ຖ້າຫາກຕ້ອງການໃຫ້ແມ່ໄກ່ຟັກໄຂ່ເອງຈະຕ້ອງຈັດຫາຮັງໄຂ່ເອງ,ຈະຕ້ອງຈັດຫາຮັງໃຫ້ຄົບຈຳນວນແມ່ໄກ່  ເພື່ອປ້ອງກັນບໍ່ໃຫ້ແມ່ໄກ່ເລືອກ ແລະ ຍາດຮັງກັນ.

 

Contribute