ໂພຊະນາການ

ການຮັບປະທານຊິ້ນໄກ່ໃນປະຈຸບັນຖືວ່າມີຄວາມນິຍົມຫຼາຍ ແລະ ມີຄວາມສຳຄັນຕໍ່ສຸຂະພາບ, ຊິ້ນໄກ່ເປັນອາຫານໂປຣຕິນຍອດນິຍົມ ທີ່ສາມາດນຳມາປຸງແຕ່ງອາຫານໄດ້ຫຼາກຫຼາຍ ແລະ ມີປະໂຫຍດຕໍ່ຮ່າງກາຍ.

ຊິ້ນໄກ່ເປັນອາຫານທິ່ຍ່ອຍງ່າຍ, ໄຂມັນຕໍ່າ, ມີໂປຣຕິນສູງ, ນຳໄປປຸ່ງແຕ່ງເປັນອາຫານໄດ້ຫຼາກຫຼາຍ, ເສັ້ນໃຍກ້າມຊິ້ນຂອງໄກ່ ມີຄວາມລະອຽດ, ອ່ອນນຸ່ມຄ້າຍປາ, ເຮັດໃຫ້ຍ່ອຍສະຫລາຍໄດ້ງ່າຍ, ຈື່ງເໝາະທີ່ຈະເປັນອາຫານສຳຫຼັບທຸກຊ່ວງອາຍຸຂອງຄົນເຮົາ.

ສ່ວນປະສົມຂອງຊິ້ນໄກ່ ມີນ້ຳຈຳນວນ 74%, ໂປຣຕິນ 19% ທີ່ເປັນໂປຣຕິນຄຸນນະພາບດີ ຫຼື ໂປຣຕິນທີ່ສົມບູນແບບ, ມີອາຊິດອະມີໂນຈຳເປັນ ທີ່ຮ່າງກາຍສ້າງເອງບໍ່ໄດ້ ຄົບຖ້ວນທັງ 10 ຊະນິດ  ແລະ ຊ່ວຍເສີມສ້າງກ້າມຊິ້ນ, ປ້ອງກັນພາວະກ້າມຊິ້ນຫົດຕົວ. ຊິ້ນໄກ່ມີໄຂມັນພຽງ 5%, ສ່ວນຫຼາຍແມ່ນຢູ່ໃຕ້ໜັງຂອງມັນ ຫຼື ຢູ່ຕູດໄກ່ ແລະ ຄໍໄກ່ ເຊິ່ງມີທັ້ງໄຂມັນອິ່ມຕົວຫຼາຍກວ່າສ່ວນອື່ນຂອງຮ່າງກາຍ, ເຊິ່ງຜູ້ຮັບປະທານຄວນຫຼີກລ້ຽງ, ສ່ວນອື່ນອາດຈະມີໄຂມັນໜ້ອຍກວ່າ.  ຊິ້ນໄກ່ແຕ່ລະສ່ວນທີ່ນຳມາປຸງແຕ່ງອາຫານໄດ້ແຕກຕ່າງກັນ ເຊັ່ນ: ສັນໃນໄກ່, ສ່ວນນີ້ມີຄວາມນຸ່ມນວນທີ່ສຸດ ແລະ ມີໄຂມັນນ້ອຍທີ່ສຸດ, ປຸງແຕ່ງອາຫານໄດ້ທຸກລາຍການເຊັ່ນ: ປິ້ງ, ອົບ, ທອດ, ໜື້ງ ເໝາະສົມສຳຫຼັບຮັບປະທານທີ່ຕ້ອງການຄວບຄຸມໄຂມັນໃນເລືອດ ແລະ ຄວບຄຸມນ້ຳໜັກ. ເອິກໄກ່ເປັນສ່ວນທີ່ມີຄວາມນຸ່ມຮອງຈາກສັນໄກ່ ຖ້າລອກໜັງອອກຈະມີໄຂມັນຫນ້ອຍ ນຳໄປປຸງອາຫານໄດ້ຫຼາຍປະເພດ, ຄ້າຍສັນໃນໄກ່ ເໝາະສຳຫຼັບຜູ້ທີຕ້ອງການເສີມສ້າງກ້າມເນື້ອ, ປັດຈຸບັນມີຜູ້ບໍລິໂພກນິຍົມນຳເອິກໄກ່ໄປປັ່ນເປັນອາຫານ ແລະ ເຄື່ອງດື່ມເພື່ອເພີ່ມໂປຣຕິນ. ປິກໄກ່ ເໝາະສົມສຳຫຼັບປຸງອາຫານປະເພດທອດ ຈະໄດ້ຄວາມກອບແຊບ ແລະ ກອບດົນກວ່າຊິ້ນສ່ວນອື່ນ ແຕ່ກໍ່ມີໄຂມັນຫຼາກກວ່າສ່ວນນອກ ແລະ ສັນໃນ, ຜູ້ທີ່ມີພາວະໄຂັນໃນເລືອດສູງ. ກະໂພກໄກ່ເໝາະສຳຫຼັບເຮັດແກງ ແລະ ນ່ອງໄກ່ມີໄຂມັນໜ້ອຍເໝາະສຳຫຼັບທອດ ແລະ ອົບ.

Contribute