ຄວາມສຳຄັນ ແລະ ປະໂຫຍດຂອງການລ້ຽງໄກ່ລາດ

ໄກ່ລາດ ຫຼື ໄກ່ພື້ນເມືອງ ຖືວ່າເປັນສັດລ້ຽງທີ່ເປັນເສດຖະກິດອັນສຳຄັນ ເນື່ອງຈາກວ່າຄົນເຮົາຕ້ອງການຊິ້ນໄກ່ເປັນອາຫານໃນຊີວິດປະຈຳວັນ ໂດຍຈະນຳທັ້ງຊິ້ນ ແລະ ໄຂ່ມາເປັນອາຫານ ເຊິ່ງເປັນແຫຼ່ງອາຫານທີ່ມີໂປຣຕິນທີ່ສຳຄັນສຳຫຼັບຄົນເຮົາ. ນອກຈາກນີ້ຍັງໃຊ້ຂົນໄກ່ມາເຮັດເປັນເຄື່ອງປັດກວາດຕ່າງໆໄດ້ຫຼາຍຢ່າງ ແລະ ອີກຢ່າງໜື່ງກໍ່ຄືລ້ຽງເພື່ອໃຊ້ເປັນກິລາແຂ່ງຂັນ ຫຼື ແຂ່ງຄວາມງາມຂອງໄກ່ ເຊັ່ນ: ໄກ່ໂຢກ, ໄກ່ແຈ້. ບາງທ້ອງຖີ່ນຍັງລ້ຽງໄວ້ເພື່ອໃຫ້ມັນຂັນປຸກຕອນເຊົ້າ ຫຼື ນຳໄປຕໍ່ເອົາໄກ່ປ່າ.

ໄກ່ພື້ນເມືອງກໍ່ຖືວ່າລ້ຽງມາແຕ່ດົນນານຄູ່ບ້ານຄູ່ເມືອງແຕ່ເໜືອຈົນຮອດໃຕ້ ເຊິ່ງໄກ່ພື້ນເມືອງສ່ວນຫຼາຍແລ້ວແມ່ນທົນທານຕໍ່ພະຍາດ. ສາມາດຂາຍເປັນສີນຄ້າທີ່ສ້າງລາຍຮັບໃຫ້ແກ່ຄອບຄົວອີກດ້ວຍ.

Contribute