ຫຍ້າເກັດຫອຍ / Tropical Chickweed

Use
Food
Medicine
Scientific Name / Family
Drymaria cordata subsp. diandra (Blume) J.A.Duke / Caryophyllaceae
Synonyms
Drymaria cordata var. indica Miq.
Drymaria cordata f. indica (Miq.) Triana & Planch.
Drymaria diandra Blume
Drymaria retusa Wight & Arn.
Holosteum montanum Wight ex Wall.
Other Names
ໄທຍ: ເກັດຫອຍ, ຜາຕັ້ງ
Conservation Status
Least Concern
Botanical Description

ຫຍ້າເກັດຫອຍເປັນພືດລົ້ມລຸກ. ລຳຕົ້ນເປັນລຳເລືອຕາມໜ້າດິນ, ຍາວ 15-30 ຊມ, ມີຂໍ້ປ້ອງ, ບໍລິເວນຂໍ້ທີ່ຕິດດິນອອກຮາກ, ລຳຕົ້ນລັກສະນະຮຽວຍາວ, ຜິວລຽບ, ສີຂຽວ. ໃບດ່ຽວ ອອກຮຽງກົງກັນຂ້າມ, ຮູບໄຂ່ ຫຼື ຮູບຫົວໃຈ, ກ້ວາງ 1-2,5 ຊມ, ຍາວ 1-2 ຊມ, ໂຄນໃບຮຽວແຫຼມ, ຂອບລຽບ, ປາຍມົນ, ແຜ່ນໃບບາງຄ້າຍຄືເຈ້ຍ, ຜິວລຽບທັງສອງດ້ານ, ສີຂຽວ, ກ້ານໃບສັ້ນ. ຊໍ່ດອກແບບດິ້ວ ຄັນຮົ່ມ ອອກຕາມຊອກໃບ ຫຼື ປາຍກິ່ງ, ຊໍ່ດອກໜຶ່ງມີດອກຍ່ອຍປະມານ 3-10 ດອກ, ສີຂາວ, ມີຂົນອ່ອນນຸ້ມປົກຄຸ່ມຢ່າງໜາແໜ້ນ. ໝາກບໍ່ມີເນື້ອ, ເປືອກບາງ, ແຫ້ງແລ້ວແຕກ. ແກ່ນຮູບກົມ, ແປ, ຜິວບໍ່ລຽບ, ມີປະມານ 1-8 ເມັດຕໍ່ໝຶ່ງໝາກ.

Description of Use

ໝົດທັງຕົ້ນ: ນຳມາຕຳທາຕາມຂໍ້ລົດອາການໄຂ້ ແລະ ແກ້ອາການຝົກຊ້ຳ, ນຳມາຕາກໃຫ້ແຫ້ງແລ້ວນຳມາຕຳປະສົມກັບນ້ຳແລ້ວຈາກນັ້ນຫໍ່ໃບຕອງ ແກ້ອາການມ້າມໃຫຍ່ ແລະ ຍັງເປັນຢາຂ້າເຊື້ອແບັກທິເຣຍຕ່າງໆໄດ້. ນອກຈາກນີ້ແລ້ວປະຊາຊົນຍັງນຳຍອດອ່ອນມາລວກ ຫຼື ແກງກິນເປັນອາຫານ.

Contribute