ຂ່າດົງ / Oblong's Leaves Galanga

Use
Food
Ornamental
Scientific Name / Family
Alpinia oblongifolia Hayata / Zingiberaceae
Synonyms
Alpinia suishaensis Hayata
Languas oblongifolia (Hayata) Sasaki
Languas suishaensis (Hayata) Sasaki
Other Names
Chineses: 华山姜 hua shan jiang
Botanical Description

ເປັນພືດທີ່ມີເຫງົ້າໃຕ້ດິນ, ເກີດເປັນສຸ່ມ. ລຳຕົ້ນສູງປະມານ 1.8 ແມັດ. ໃບ 6-10; ລີ້ນໃບຍາວ 4-10 ມີນລີແມັດ, ເປັນແຜ່ນບາງ, ຂອບມີຂົນ; ກ້ານໃບສັ້ນເຖິງ 5 ມີນລີແມັດ; ແຜ່ນໃບຮູບຂອບຂະໜານ ຫຼື ຮູບໄຂ່-ຮູບຫອກ, ຂະໜາດ 20-40 x 3-10 ຊັງຕີແມັດ, ກ້ຽງທັງສອງດ້ານ, ກົກໃບມົນ, ປາຍຮຽວແຫຼມ. ຊໍ່ດອກເກີດທີ່ປາຍຍອດ, ຊໍ່ແບບແຕກແໜງ; ຊໍ່ດອກຍາວ 20-30 ຊັງຕິແມັດ, ກ້ານຂະແໜງ 10 ມີນລີແມັດ; ໃບປະດັບຍາວ 2-3 ມີນລີແມັດ. ກ້ານດອກຍາວ 1 ມີນລີແມັດ. ກາບດອກເປັນຫຼອດ, ຍາວ 7 ມີນລີແມັດ, ປາຍແຍກເປັນ 3 ແສກນ້ອຍ. ກີບດອກເປັນຫຼອດຍາວ 3-4 ມີນລີແມັດ, ປາຍແຍກເປັນ 3 ແສກ; ແສກຮູບຂອບຂະໜານ, ຍາວ 7 ມີນລີແມັດ. ກີບປາກຮູບໄຂ່ ຫຼື ຮູບຮີ, ປາຍແຍກເປັນແສກ, ມີເສັ້ນສີແດງຢູ່ກາງກີບ. ກີບຄູ່ຂ້າງເປັນຕີ່ງຄ້າຍເຂັມ, ຍາວ 1-2 ມີນລີແມັດ. ເກສອນຜູ້ຍາວ 5 ມີນລີແມັດ, ຖົງເກສອນ 3 ມີນລີແມັດ. ເຕົ້າໄຂ່ກ້ຽງ. ໝາກຮູບຮີ, ກົມ, ເສັ້ນຜ່າສູນກາງໜາ 5-7 ມີນລີແມັດ. ແກ່ນສີນໍ້າຕານ.

ນິເວດວິທະຍາ: ເປັນພືດທີ່ພົບໃນເຂດປ່າດົງດີບ ຫຼື ເຂດແຄມຫ້ວຍ. ຢູ່ໃນລະດັບສູງຈາກລະດັບໜ້ານ້ຳທະເລ 600-1700 ແມັດ.

Description of Use

ເປັນພືດທີ່ມີຄວາມສວຍງາມສາມາດພັດທະນາເປັນພືດປະດັບ. ໜໍ່ອ່ອນ ແລະ ຊໍ່ດອກອ່ອນສາມາດນຳໃຊ້ເປັນອາຫານ.

Contribute