ກະຊາຍຈືດ / Slender Fingerroot Ginger

Use
Food
Income
Medicine
Scientific Name / Family
Boesenbergia pulcherrima (Wall.) Kuntze / Zingiberaceae
Synonyms
Gastrochilus pulcherrimus Wall.
Other Names
Conservation Status
Least Concern
Botanical Description

ເປັນພືດທີ່ມີເຫງົ້າໃຕ້ດິນ, ສູງ 70 ຊັງຕິແມັດ. ເຫງົ້າດ້ານນອກສີນ້ຳຕານ, ດ້ານໃນສີຂາວ. ລຳຕົ້ນສູງ, ປ້ອງຍາວ 10 ຊັງຕິແມັດ. ໃບ 6-8, ກາບໃບຍາວ 18 ຊັງຕິແມັດ; ລີ້ນໃບແຍກເປັນສອງແສກ, ກ້ານໃນສັ້ນໆ; ແຜ່ນໃບຮູບຮີ, ຂະໜາດ 25 x 7 ຊັງຕິແມັດ, ດ້ານລຸ່ມມັກເປັນສີແດງ, ກ້ຽງທັ້ງສອງດ້ານ. ຊໍ່ດອກເກີດຈາກປາຍຍອດ, ມີປະມານ 10 ດອກຕໍ່ຊໍ່, ຊໍ່ຮູບຂອບຂະໜານ, ຍາວ 10 ຊັງຕິແມັດ; ໃບປະດັບຮູບຫອກ, ສີຂຽວ, ບາງ, ມີຂົນຊາ. ດອກສີຂາວປົນສີແດງ. ກາບເປັນຫຼອດຍາວປາຍພຽງ, ສີຂາວ, ກ້ຽງ. ຫຼອດດອກຍາວ 3 ຊັງຕິແມັດ, ປາຍແຍກເປັນ 3 ແສກ: ຮູບຮີ ສີຂາວ, ກ້ຽງ. ກີບປາກເປັນຖົງ, ຮູບໄຂ່ກັບ, ດ້ານສີຂາວ, ດ້ານໃນສີແດງ. ກີບຄູ່ຂ້າງຮູບໄຂ່ກັບ ຫຼື ຮູບມົນກົມ. ສີຂາວ, ມີຈັດສີແດງບໍລິເວນກົກ, ກ້ຽງ. ເກສອນຜູ້ຍາວ 10 ມີນລີແມັດ, ສີຂາວ, ມີຂົນ. ເຕົ້າໄຂ່ຮຽວຍາວ, ສີຂຽວອ່ອນ, ກ້ຽງ. ໝາກທ້ອນກົມ, ຍາວ 14 ຊັງຕິແມັດ; ແກ່ນມີຂົນອ່ອນນຸ້ມ.

Description of Use

ຫົວຂອງມັນໃຊ້ເປັນຢາແກ້ເມົາຄ້າງຄ້າຍກັບເປັນຫວ້ານຈືດ, ມັນຍັງຊ່ວຍບຳລຸງການໄຫຼວຽນຂອງເລືອດໄດ້ດີ.

Contribute