ເອື້ອງກະເປົາສຸລິວົງ / Sulivong's Paphiopedilum

Use
Income
Ornamental
Scientific Name / Family
Paphiopedilum barbigerum Tang & F.T.Wang var. sulivongii Schuit.& P.Bonnet / Orchidaceae
Synonyms
Paphiopedilum gratrixianum var. sulivongii (Schuit. & P.Bonnet) Aver.
Other Names
Conservation Status
Vulnerable
Botanical Description

ເກີດຕາມຜາຫີນ, ເປັນເຫງົ້າເກີດຈຸ້ມກັນ. ຮາກຍາວ 35 ຊັງຕິແມັດ, ໜາ 3-5 ມີນລິແມັດ, ມີຂົນໜາແໜ້ນ.  ລຳຕົ້ນສັ້ນ, ມີໃບ 4-6, ແຜ່ນໃບຮູບແຄບ, ຂະໜາດ 12-19 x 2-3 ຊັງຕິແມັດ, ກ້ຽງ, ປາຍແຍກເປັນສອງແສກນ້ອຍໆ, ມີຕີ່ງນ້ອຍຍາວ 3 ມີນລີແມັດ. ຊໍ່ດອກຕັ້ງຊື່, ມີ 1-2 ດອກຕໍ່ຊໍ່. ກ້ານດອກຍາວ 10-12 ຊັງຕິແມັດ, ມີຂົນໜາແໜ້ນ. ໃບປະດັບມີຂົນບໍລິເວນໂຄນ. ເຕົ້າໄຂ່ ເປັນສາມຫຼ່ຽມ, ມີຂົນອ່ອນນຸ້ມ. ກາບດອກດ້ານເທີງຮູບຮີ, ດ້ານນອກມີສັນ, ມີຂົນອ່ອນນຸ້ມ. ກາບດ້ານລຸ່ມຮູບໄຂ່, ມີຂົນດ້ານນອກ. ກີບດອກຂ້າງຮູບແຄບ-ຮູບໄຂ່ກັບ, ປາຍມີສາມແສກນ້ອຍ, ຂອບເປັນຄື້ນ. ກີບປາກເປັນຖົງ. ເສົ້າຍາວ 6 ຊັງຕິແມັດ, ມີຂົນ. ຮວງຮັບເປັນຮູບວົງມົນ, ກວ້າງ 7 ມີນລິແມັດ.

ນິເວດວິທະຍາ: ເປັນພືດທີ່ພົບຕາມຜາຫີນປົກຄຸ້ມດ້ວຍປ່າປະສົມ, ລະດູອອກດອກແມ່ນຢູ່ໃນລະຫວ່າງເດືອນກັນຍາເຖິງຕຸລາ.

ສະຖານະພາບ: ເປັນພືດທີ່ມີຄວາມສ່ຽງຕໍ່ການສູນພັນເພາະມີການເກັບກູ້ເພື່ອຂາຍເປັນພືດປະດັບແບບຜິດກົດລະບຽບ. 

Cites

IUCN

Contribute