ດອກຮູຮາ / Malabar nut

Use
Food
Medicine
Scientific Name / Family
Justicia adhatoda L. / Acanthaceae
Synonyms
Adhatoda adhatoda (L.) Huth [Invalid]
Adhatoda arborea Raf.
Adhatoda vasica Nees
Adhatoda zeylanica Medik.
Dianthera latifolia Salisb.
Ecbolium adhatoda (L.) Kuntze
Ecbolium latifolium (Benth. & Hook.f.) Kuntze
Gendarussa adhadota Steud.
Other Names
Botanical Description

ເປັນໄມ້ຟຸ່ມຂະໜາດກາງ, ສູງ 1.5-3 ແມັດ, ແຕກກິ່ງງ່າສາຂາຫຼາຍ, ຊົງຟຸ່ມຕຶບໜາ, ກິ່ງງ່າອ່ອນມັກມີຂົນສີຂາວ. ໃບດ່ຽວຈັບແບບກົງກັນຂ້າມ, ແຜ່ນໃບຮູບຮີ ຫຼື ຮູບໄຂ່, ປາຍແຫຼມ, ໂຄນໃບຮູບຫຼີ້ມ, ຂອບໃບລຽບ, ຂະໜາດ 7-14 x 3-6 ຊັງຕິແມັດ, ເນື້ອໃບໜາ, ມີຂົນປົກຄຸມທັ້ງສອງດ້ານ. ກ້ານໃບຍາວ 1-2 ຊັງຕິແມັດ, ມີຂົນ. ດອກເກີດເປັນຊໍ່ທີ່ປາຍກີ່ງງ່າ, ໃບປະດັບຮູບຮີ ຫຼື ຮູບໄຂ່, ສີຂຽວ, ຊ້ອນກັນ. ດອກສີຂາວ, ມີເສັ້ນສີມ່ວງ. ມີເກສອນຜູ້ 2 ອັນທີ່ຍາວອອກມາຈາກຫຼອດກີບດອກ. ໝາກເປັນຝັກຍາວ ປະມານ 2 ຊັງຕິແມັດ, ມີຂົນ, ເມື່ອໝາກແຫ້ງແລ້ວແຕກ.

Description of Use

ດອກຮູຮາ ນຳມາເປັນອາຫານ ໂດຍສະເພາະແມ່ນເຮັດແກງປາ ແລະ ໃສ່ຊູບຜັກ, ຈະມີລົດຊາດຂົມອ່ອນໆ. ທັ້ງຕົ້ນໃຊ້ເປັນຢາຮັກສາອາການໄຂ້, ໄອ, ປວດເມື່ອຍ, ປວດຂໍ້, ປວດແອວ, ປວດຫົວເຂົ່າ. ໃບຍັງຊ່ວຍເປັນຢາຫ້າມເລືອດ ແລະ ຮັກສາຝີໜອງອິກດ້ວຍ.

Contribute