ກ້ານກາມດອກມ່ວງ / Holy mangrove
APA 6th ed. ກ້ານກາມດອກມ່ວງ / Holy mangrove. (2023, June 8). Retrieved from https://www.phakhaolao.la/kb/0000868
MLA 8th ed. ກ້ານກາມດອກມ່ວງ / Holy mangrove. Pha Khao Lao, 8 June 2023, https://www.phakhaolao.la/kb/0000868.
Chicago 17th ed. Pha Khao Lao. 2023. "ກ້ານກາມດອກມ່ວງ / Holy mangrove." Published June 8, 2023. https://www.phakhaolao.la/kb/0000868.

Acanthus xiamensis R.T.Zhang
Acanthus doloarin Blanco
Acanthus ilicifolius subsp. orientalis Bremek.
Acanthus ilicifolius var. subinteger Nees
Acanthus neoguineensis Engl.
Dilivaria ilicifolia (L.) Juss.
Chinese: 老鼠簕 lao shu le
ເປັນໄມ້ຟຸ່ມຂະໜາດນ້ອຍ, ສູງ 30-100 ຊັງຕິແມັດ, ລຳຕົ້ນກົມ, ລຽບ, ແຂງ, ສີຂຽວປົນສີເທົາ. ມັກມີໜາມຕາມຂໍ້ຂອງລຳຕົ້ນ 1 ໜາມຕໍ່ຂໍ້. ໃບດ່ຽວ, ຈັບກົງກັນຂ້າມ, ແຜ່ນໃບຮູບໄຂ່, ຮູບຮີ, ຂະໜາດ 6-20 x 3-7 ຊັງຕິແມັດ, ຂອບໃບວ້ຳເປັນແສກເລິກ, ເປັນແບບແຂ້ວເລື້ອຍຫ່າງໆ, ແຕ່ລະແຂ້ວມີໜາມແຫຼມ, ຜິວໃບລຽບເງົາງາມ, ເນື້ອໃບໜຽວແຂງ. ດອກເກີດເປັນຊໍ່ທີ່ປາຍຍອດ, ດອກສີຂາວປົນສີມ່ວງ ແລະ ສີຟ້າ ມີແຖບສີເຫຼືອງອ່ອນກາງກີບ. ໝາກເປັນຝັກ, ຮູບໄຂ່ ຫຼື ຮູບກະບອກ.
ລຳຕົ້ນສົດຕໍາໃຫ້ລະອຽດພອກຝີໜອງ ຫຼື ບາດແຜ່ຊໍາເຮື້ອ. ນຳເອົາຕົ້ນມາຕົ້ມນ້ຳອາບແກ້ຜືນຄັນຄາຍ. ລຳຕົ້ນຕໍາປະສົມກັບນ້ຳຮັກສາວັນນະໂລກ, ອາການຈ່ອຍຜອມ. ໃບຕົ້ມນ້ຳດື່ມເປັນຢາຮັກສາໄຂ້, ເບົາຫວານ, ຂັບນ້ຳເຫຼືອງ, ຂັບຝີ, ຮັກສາຜືນຄັນຕາມຜິວໜັງ, ແກ້ປະດົງ. ຮາກແກ້ໄອ, ທັ້ງຮາກ ແລະ ຕົ້ນນຳມາຕົ້ມ ແລ້ວໃຊ້ນ້ຳຢອດໃສ່ຕາຮັກສາອາການຕາແດງ. ຮາກ ແລະ ລຳ ຕໍາປົນກັບຂີ້ໝີ້ນຮັກສາພິດງູ ແລະ ທາແກ້ບວມຊໍ້າ.