ປອມຜັກຫວານ / Orange Solomon's Seal

Use
Income
Medicine
Scientific Name / Family
Polygonatum kingianum Collett & Hemsl. / Asparagaceae
Synonyms
Galium tuberosum Lour.
Polygonatum agglutinatum Hua
Polygonatum cavaleriei H.Lév.
Polygonatum darrisii H.Lév.
Polygonatum ericoideum H.Lév.
Polygonatum esquirolii H.Lév.
Polygonatum huanum H.Lév.
Polygonatum kingianum var. cavaleriei (H.Lév.) C.Jeffrey & McEwan
Polygonatum kingianum var. ericoideum (H.Lév.) C.Jeffrey & McEwan
Polygonatum kingianum var. grandifolium D.M.Liu & W.Z.Zeng
Polygonatum kingianum var. uncinatum (Diels) C.Jeffrey & McEwan
Polygonatum uncinatum Diels
Polygonatum vietnamicum L.I.Abramova
Other Names
Chinese: 滇黄精 dian huang jing
Viet: Hoàng tinh, hoàng tinh hoa đỏ hay củ cơm nếp
ไทย: ว่านนางแลว
Botanical Description

ເປັນພືດລົ້ມລຸກຫາຍປີມີຫົວໃຕ້ດິນທີ່ເປັນຂໍ້ຕໍ່ໆກັນ ແຕກອອກເປັນເຫງົ້າຂະແໜງ, ລະຫວ່າງຂໍ້ຈະກີ້ວເຂົ້າ, ສີຫົວທາງດ້ານນອກຈະເປັນສີເທົາອົມເຫຼືອງເລັກນ້ອຍ, ແຕ່ທາງດ້ານໃນສີຂາວ ຫຼື ສີເຫຼືອງອ່ອນ. ລຳຕົ້ນເກີດທີ່ປາຍເຫງົ້າແລ້ວແຕກໜໍ່ເປັນລຳຂື້ນ, ສູງປະມານ 2 ແມັດ, ລຳຕົ້ນກົມກ້ຽງ, ເປັນທ້ອນກົມຍາວ, ມີຂໍ້ຍາວປະມານ 15 ຊັງຕິແມັດ, ຂໍ້ຈະເປັນບ່ອນເກີດຂອງໃບ. ໃບອອກອ້ອມລຳຕົ້ນບ່ອນຂໍ້ຂອງລຳຕົ້ນ ມີ 6 ໃບ, ກ້ານໃບເປັນສີແດງ, ສັ້ນ ແລະ ແປ, ກ້ຽງ, ແຜ່ນໃບຮູບຂອບຂະໜານກວ້າງປະມານ 6-10 ມີນລີແມັດ, ຍາວປະມານ 10-16 ຊັງຕິແມັດ, ຜີວໃບດ້ານເທີງສີຂຽວເຂັ້ມ, ດ້ານລຸ່ມສີຂຽວຈາງ, ທັ້ງສອງດ້ານກ້ຽງ, ຂອບໃບລຽບ, ປາຍໃບແຫຼມ. ດອກອອກເປັນກະຈຸ້ມທີ່ຂໍ້ທີ່ຊອກໃບ, ກ້ານດອກກ້ຽງ, ສີແດງ, ຍາວ ປະມານ 7-14 ມີນລີແມັດ, ດອກເປັນຮູບລະຄັງກົມ, ສີແດງ, ປາຍສີຂຽວ. ມີແສກຍາວ 3-6 ມີນລີແມັດ, ກ້ານເກສອນຍາວ 2-6 ມີນລີແມັດ, ກົມຍາວ, ມີຂົນກະຈາຍຢູ່ເລັກນ້ອຍ. ຖົງລະອອງເກສອນຍາວ 4-6 ມີນລີແມັດ, ຮູບໄຂ່, ສີເຫຼືອງ. ເຕົ້າໄຂ່ ກ້ຽງ, ກ້ານຊູ້ຄໍເຕົ້າໄຂ່ຍາວ 6-14 ມີນລີແມັດ, ກ້ຽງ, ໝາກກົມກ້ຽງ ເມື່ອສຸກແກ່ນເປັນສີດຳ. 
ນິເວດວິທະຍາ ແລະ ສະພາບທຳມະຊາດ: ໃນທຳມະຊາດແລ້ວຫົວປອມຊະນິດນີ້ຈະເກີດຕາມປ່າດົງດິບແລ້ງ ຢູ່ບ່ອນມີຮົ່ມໃຕ້ກ້ອງໄມ້ໃຫຍ່, ໃນດີນທີ່ອຸດົມສົມບູນຈາກການທັບຖົມຂອງໃບໄມ້ ບາງເທື່ອກໍ່ພົບຕາມແຄມປ່າທີ່ມີອາກາດໂປ່ງ ແລະ ໂລ່ງແຈ້ງ, ແຕ່ພືດຊະນິດນີ້ມັກເກີດບ່ອນພູສູງ, ອາກາດເຢັນດີ.
ສະພາບການອະນຸລັກ: ປອມຫວານໃຈແມ່ນເກັບກູ້ຫົວຢູ່ໃຕ້ດີນໂດຍເອົາສ່ຽມ ຫຼື ຈອມ ຂຸດເອົາຫົວເພື່ອໄປຂາຍ, ສະນັ້ນເມື່ອຂຸດຄົ້ນຈຳນວນຫຼາຍເຮັດໃຫ້ປອມຊະນິດນີ້ຂະຫຍາຍຕົວໃນທຳມະຊາດບໍ່ພຽງພໍ່ຕໍ່ກັບຄວາມຕ້ອງການໃນສັງຄົມ ເຮັດໃຫ້ພືດຊະນິດກໍ່ເລີ່ມຫາຍາກໄດ້ເຊັ່ນດຽວກັບເຄື່ອງປ່າຂອງດົງອື່ນໆ ຖ້າມີການປູກເພື່ອເປັນສີ້ນຄ້າໜ້າຈະດີກວ່າໄປຂຸດຄົ້ນຢູ່ປ່າມາຂາຍເພາະວ່າພືດຊະນິດສາມາດປູກໄດ້ ໂດຍການໃສ່ແກ່ນ ແລະ ຫົວເຫງົ້າຂະໜາດນ້ອຍ.

Description of Use

ຫົວຂອງປອມຫວານໃຈໄດ້ຖືກນຳໃຊ້ເປັນຢາບຳລູງກຳລັງ ແກ້ໄຂບັນຫາຂອງປອດ ແລະ ຂີ້ກາກ. ຫົວຂອງມັນຈະມີລົດຊາດຫວານມີຄຸນນະສົມບັດໃນການຄວບຄູມສາມລະບົບຄື ມ້າມ, ປອດ ແລະ ໄຕ. ຫົວມີທາດທີ່ສຳຄັນໃນການບຳລັງລ້ຽງມ້າມ ແລະ ໄຕໃຫ້ມີຄວາມຊຸ່ມຊື່ນຕະຫຼອດວ່າເວລາ, ມີນ້ຳມັນຫອມລະເຫີຍຈາກຫົວປອມຫວານໃຈສາມາດປັບສະພາບໃນປອດມີຄວາມສົມດູນ, ເຮັດໃຫ້ຜິວພັນຊຸ່ມຊື່ນ, ປາກບໍ່ແຫ້ງເກີນໄປ. ຍັງສາມາດປົວພະຍາດຫຼາຍອັນເຊັ່ນ: ເຖົ້າກ່ອນໄວອັນຄວນເຊັ່ນ: ຕາມົວ, ຜົມຫງອກ, ຫູອື້, ເຈັບປວດຕາມຄໍ້ ແລະ ຫົວເຄົ້າ, ນອກນັ້ນສາມາດປົວພະຍາດຜິວໜັງເຊັ່ນ: ກາກ ແລະ ກ້ຽນ. ສາມາດເອົາຫົວທີ່ຕາກແຫ້ງແລ້ວປະມານ 10-15 ກຣາມ ຫຼື ຫົວສົດ 30 ກຣາມນຳເອົາມາຕົ້ມນ້ຳດື່ມ.

Contribute