ມັນອ່ອນລີງ / Tuber fleeceflower

Use
Income
Medicine
Scientific Name / Family
Reynoutria multiflora (Thunb.) Moldenke / Polygonaceae
Synonyms
Aconogonon hypoleucum (Kudô & Sasaki) Soják
Bilderdykia multiflora (Thunb.) Roberty & Vautier
Fagopyrum multiflorum (Thunb.) Grinț.
Fagopyrum multiflorum (Thunb.) I. Grinț.
Fallopia multiflora (Thunb.) Haraldson
Fallopia multiflora (Thunb.) Czerep.
Fallopia multiflora var. angulata (S.Y. Liu) H.J. Yan, Z.J. Fang & S.X. Yu
Fallopia multiflora var. hypoleuca (Ohwi) Yonek. & H.Ohashi
Helxine multiflorum (Thunb.) Raf.
Pleuropterus cordatus Turcz.
Pleuropterus hypoleucus Nakai [Invalid]
Pleuropterus multiflorus (Thunb.) Turcz. ex Nakai
Polygonum hypoleucum (Nakai) Kudô & Sasaki [Invalid]
Polygonum hypoleucum Ohwi
Polygonum multiflorum Thunb.
Polygonum multiflorum var. angulatum S.Y.Liu
Polygonum multiflorum var. hypoleucum (Ohwi) T.S.Liu, S.S.Ying & M.J.Lai
Other Names
Eng: Chinese knotweed
Chinese: 何首烏
Botanical Description

ມັນອ່ອນລີງເປັນພືດລົ້ມລຸກອາຍຸຫຼາຍປີ, ມີຫົວໃຕ້ດິນຄ້າຍມັນດ້າງ, ເປັນຫົວໜາ, ມີເສັ້ນຜ້າສູນກາງປະມານ 2-3 ຊັງຕິແມັດ. ເປັນເຄືອທີ່ປົ່ງຈາກຫົວໃຕ້ດິນ, ເຄືອມັກຈະຍາວປະມານ 4 ແມັດ, ເຄືອກົມ, ກ້ຽງ ຫຼື ມີຂົນເລັກນ້ອຍ. ກ້ານໃບຍາວປະມານ 1 ຊັງຕິແມັດ, ແຜ່ນໃບຮູບໃບຫອກກວ້າງ, ຫຼື ຮູບຂອບຂະໜານ-ໃບຫອກ, ຂະໜາດ 6-17 x 3-7 ຊັງຕິແມັດ, ແຜ່ນໃບດ້ານລຸ່ມຈະມີຂົນໜາ, ດ້ານເທີງຈະມີຂົນພຽງເລັກນ້ອຍ, ກົກໃບຈະເປັນງ່ຽງແບບລູກສອນ ຫຼື ມົນກົມ, ປາຍໃບຮຽວແຫຼມ, ຂອບໃບລຽບ; ປອກຫຸ່ມລຳຕົ້ນ 3-4 ມິນລິແມັດ, ເປັນແຜ່ນບາງໆ, ບ້ຽວສະຫຼ່ຽງ, ກ້ຽງ. ດອກອອກບໍລິເວນປາຍເຄືອທີ່ຊອກໃບ, ຊໍ່ດອກແບບແຕກຂະແໜງ, ແຕກກິ່ງກ້ານແຜ່ອອກ, ຍາວ 10-20 ຊັງຕິແມັດ; ກ້ານດອກ ຍາວ 2-3 ຊັງຕິແມັດ, ກົມຮຽວຍາວ, ກົກກ້ານເປັນປ້ອງບວມພອງ, ແລະຮຽວຍາວເມື່ອເປັນໝາກ. ວົງກີບດອກເປັນສີຂາວອົມຂຽວອ່ອນ; ກີບດອກ ຮູບຮີ, ແຕ່ລະກີບຂະໜາດບໍ່ເທົ່າກັນ, ກີບດ້ານນອກ 3 ອັນໃຫຍ່ກວ່າດ້ານໃນ. ໝາກຈະສ່ຽວ ແລະ ມີປິກຢູ່ດ້ານຫຼັງຂອງໝາກ; ປີກຈະຕິດມາເຖິງກ້ານໝາກຂອງດ້ານລຸ່ມ ແລະ ປິກທາງດ້ານຂ້າງກໍ່ເຊັ່ນດຽວກັນ. ໝາກມັກຈະມົນກົມ ເສັ້ນຜ່າສູນກາງປະມານ 6-7 ມິນລີແມັດ. ເກສອນເພດຜູ້ ມີ 8 ອັນ, ກ້ານຊູຖົງລະອອງຕິດກັນຢູ່ທີ່ກົກ. ກ້ານຊູຮ່ວງຮອງຮັບເກສອນມີ 3 ອັນ, ສັ້ນໆ, ຮ່ວງຮັບລະອອງເກສອນມົນແປ. ແກ່ນ ຕິດປິກຍ່ອຍຕິດຢູ່, ເປັນສີດຳ, ຮູບໄຂ່,  2.5-3 ມີນລີແມັດ, ກ້ຽງ. ດອກອອກປະມານເດືອນ ມີຖູນາ-ຕຸລາ, ເປັນໝາກເດືອນພະຈິກ.
ນິເວດວິທະຍາ: ເປັນພືດທີມັກເກິດຕາມຕິນພູເຂົາທີ່ເປັນພູຫິນປູນ ຫຼື ເກິດຕາມຕິນຜາ ທີ່ມີອາກາດເຢັນ ແລະ ມີຄວາມຊຸ່ມຊື່ນ, ເມື່ອເຖິງລະດູແລ້ງເຄືອມັກຈະຕາຍ, ຈະເຫືອພຽງແຕ່ມີຫົວໃຕ້ດີນ ແລະ ມັກຈະເກັບກູ້ລະດູແລ້ງປະມານເດືອນທັນວາ, ເພາະວ່າມັນຈະສະສົມສານທີ່ເປັນຢາຕ່າງໆໄວ້.

Description of Use

ຫົວມັນອ່ອນລີງໄດ້ຖືກເກັບກູ້ຈຳນວນຫຼວງຫຼາຍຈາກພາກເໜືອຂອງລາວ ແລະ ສົ່ງອອກໄປຈິນ, ຈີນມັກຈະໃຊ້ໃນການແພດແຜນຈີນເປັນຢາຊູກຳລັງ ແລະ ວິທີຮັກສາ, ຟື້ນຟູໃບໜ້າທີ່ເປັນຮອຍຫ່ຽວໂດຍມີການຜະລິດເປັນແປ້ງທາໜ້າ ຫຼື ປະກອບເປັນເຄື່ອງສຳອາງ ແຕ່ມີຫັຼກຖານການຄົ້ນຄວ້າທາງດ້ານວິທະຍາສາດຍັງບໍ່ທັນພຽງພໍທີ່ຈະກວດສອບປະສິດທິພາບຂອງການຮັກສາໃດໆເປັນທີ່ບົ່ງຊັດເຈນ. ໃບອ່ອນສາມາດກີນເປັນອາຫານຄືກັບຜັກທົ່ວໄປ.

Contribute