ຕົ້ນໝາກເຖື່ອນ (ຊາກຸຣະເມືອງລາວ) / Sour cherry

Use
Food
Medicine
Ornamental
Shelter
Scientific Name / Family
Prunus cerasoides Buch.-Ham. ex D.Don / Rosaceae
Synonyms
Cerasus cerasoides (Buch.-Ham. ex D.Don) S.Ya.Sokolov
Cerasus puddum Wall.
Prunus puddum Roxb. ex Wall.
Other Names
Lao: ໝາກເຖິນ, ໝາກເຖື່ອນ, ມັນເທືອນ.
Thai: ນາງພະຍາເສືອໂຄ່ງ
Eng: Sour cherry
Japanese: ヒマラヤザクラ ຫິມາລາຍາຊາກຸລະ
Botanical Description

ຕົ້ນໝາກເຖື່ອນຈັດເປັນໄມ້ປ່ຽນໃບ, ຂະໜາດນ້ອຍຫາຂະໜາດກາງ, ລໍາຕົ້ນສູງ 10-15 ແມັດ, ເຮືອນຍອດເປັນຟຸ່ມ, ເປືອກຕົ້ນລຽບເປັນມັນ, ສີນໍ້າຕານ, ຂະຫຍາຍພັນດ້ວຍການໃຊ້ແກ່ນ, ມີເຂດກະຈາຍພັນຕາມຕາມທໍາມະຊາດທາງຕອນໃຕ້ຂອງປະເທດຈີນ, ໄຕ້ຫວັນ, ຍີ່ປຸ່ນ. ໃບເປັນໃບດ່ຽວ, ອອກລຽງສະລັບ, ລັກສະນະຂອງໃບເປັນຮູບໄຂ່, ປາຍໃບຮຽວແຫຼມ, ກົກໃບກົມ ຫຼື ສອບແຄບ, ສ່ວນຂອບໃບຫຍັກເປັນແຂ້ວເລື່ອຍລະອຽດ, ໃບກວ້າງ 3-5 ຊັງຕິແມັດ ແລະ ຍາວ 5-12 ຊັງຕິແມັດ, ປາຍໃບມີຕ່ອມ 2-4 ຕ່ອມ. ອອກດອກເປັນຊໍ່ແບບກະຈຸກຕາມງ່າມໃບ ແລະ ປາຍກິ່ງ, ດອກມີຈໍານວນຫຼາຍ, ດອກມີຫຼາຍສີທັງສີບົວອ່ອນ, ສີບົວເຂັ້ມ, ສີບົວອົມແດງ, ສີແດງ ຫຼື ສີຂາວ, ແຕ່ຫາໄດ້ຍາກທີ່ສຸດຄືສີຂາວ, ກີບລ້ຽງຕິດກັນເປັນຮູບກວຍ, ກີບດອກມີ 5 ກີບ, ດອກຈະອອກໃນຊ່ວງເດືອນທັນວາຫາເດືອນກຸມພາ ແລະ ຈະຫຼົ່ນໃບກ່ອນອອກດອກ. ໝາກຈະອອກໃນຊ່ວງເດືອນເມສາຫາເດືອນພຶດສະພາ, ໂດຍໝາກຈະເປັນໝາກສົດ, ລັກສະນະຂອງໝາກເປັນຮູບຂອບຂະໜານ, ຮູບກະສວຍ, ຮູບໄຂ່ ຫຼື ຮູບກົມ, ຜິວໝາກກ້ຽງ, ໝາກສຸກເປັນສີແດງແບບໝາກມີເນື້ອ, ມີລົດຊາດສົ້ມ.

Description of Use

ປະໂຫຍດ ແລະ ສັບພະຄຸນ: 
   - ໝາກມີຣົດສົ້ມສາມາດນໍາມາຮັບປະທານໄດ້ ແຕ່ບໍ່ຄວນຮັບປະທານຫຼາຍຈົນເກີນໄປເພາະຈະເຮັດໃຫ້ຖອກທ້ອງໄດ້.
   - ເນື້ອໄມ້ອ່ອນ ສາມາດນໍາມາໃຊ້ເຮັດດ້າມເຄື່ອງມືການກະເສດໄດ້.
   - ໃຊ້ປູກເປັນໄມ້ປະດັບເນື່ອງຈາກອອກດອກຫຼາຍ ແລະ ມີດອກທີສວຍງາມ.
   - ເປືອກຕົ້ນໃຊ້ເປັນຢາແກ້ເລືອດດັງໄຫຼ.
   - ເປືອກຕົ້ນໃຊ້ຕໍາຄັ້ນເອົານໍ້າທາ ຫຼື ພອກແກ້ຟົກຊໍ້າ, ແກ້ເຈັບຂໍ້.
   - ເປືອກຕົ້ນໃຊ້ຕົ້ມກັບນໍ້າດື່ມເປັນຢາແກ້ອາການຖອກທ້ອງ.
   - ເປືອກຕົ້ນໃຊ້ຕົ້ມກັບນໍ້າດື່ມຮັກສາອາການໜາວສັ່ນຈາກອາການໄຂ້.

Contribute