ແໜຫາງຄວາຍ / Leafy bladderwort

Use
Ornamental
Scientific Name / Family
Utricularia aurea Lour. / Lentibulariaceae
Synonyms
Utricularia blumei (A. DC.) Miq.
Utricularia calumpitensis Llanos
Utricularia confervifolia Jacks. ex D. Don
Utricularia extensa Hance
Utricularia flexuosa var. blumei A. DC.
Utricularia flexuosa f. gracilis Oliv.
Utricularia pilosa (Makino) Makino
Utricularia reclinata Hassk.
Utricularia vulgaris var. pilosa Makino
Other Names
Thai: ສາຫຼ່າຍເຂົ້າໜຽວ
Eng: Leafy bladderwort
Conservation Status
Least Concern
Botanical Description

ແໜຫາງຄວາຍເປັນພືດທີ່ອາໃສຢູ່ໃນນໍ້າ, ລໍາຕົ້ນກົມຮຽວຍາວ, ມີຂໍ້ປ້ອງລັກສະນະອ່ອນຫັກງ່າຍ. ໃບອອກກົງກັນຂ້າມເປັນກະຈຸກ 4 ໃບ, ໃບແຕກເປັນເສັ້ນນ້ອຍໆ, ຢູ່ກົກກ້ານໃບຈະໂຜ່ງອອກມາເປັນຖົງເລັກນ້ອຍ ຢູ່ທົ່ວຕົ້ນໃຊ້ໃນການດັກຈັບສັດນໍ້າຂະໜາດນ້ອຍກິນເປັນອາຫານ, ພາຍໃນຖົງມີຕ່ອມນ້ອຍໆ, ສ້າງນໍ້າຍ່ອຍໃຊ້ຍ່ອຍສັດນໍ້າຂະໜາດນ້ອຍທີ່ຫຼົ່ນໄປ. ອອກດອກເປັນຊໍ່, ຊໍ່ລະ 3-10 ດອກ, ກ້ານຊໍ່ດອກຍາວ ແລະ ແຂງ, ດອກຈະເລີນຂຶ້ນເທິງໜ້ານໍ້າ, ດອກຍ່ອຍສີເຫຼືອງສົດ, ດອກຈະປະກອບດ້ວຍກາບດອກສີຂຽວອອກເຫຼືອງ 2 ກາບ, ກົກກາບເຊື່ອມຕິດກັນ, ກີບດອກແຍກເປັນ 2 ສ່ວນ, ສ່ວນເທິງມີຂະໜາດນ້ອຍມີ 2 ແຊກ. ໝາກເປັນໝາກດ່ຽວຂ້ອນຂ້າງກົມ, ມີແກ່ນຂະໜາດນ້ອຍ, ລັກສະນະເປັນຮູບ 3 ຫຼ່ຽມແປ.

Description of Use

ປະໂຫຍດ ແລະ ສັບພະຄຸນ: 
   - ເປັນພັນໄມ້ທີ່ສວຍງາມສາມາດປູກປະດັບຕູ້ປາໄດ້.
   - ສາມາດນໍາໄປເຮັດປຸ໋ຍໄດ້.

Contribute