ໜາດເລືອດ / Indian marsh fleabane

Use
Food
Medicine
Scientific Name / Family
Pluchea indica (L.) Less. / Compositae
Synonyms
Baccharis indica L.
Conyza corymbosa Roxb.
Conyza foliolosa Wall. ex DC.
Conyza indica (L.) Blume ex DC.
Conyza indica var. indica
Conyza indica var. integerrima Miq.
Erigeron denticulatum Burm. f.
Erigeron denticulatus Burm.f.
Eupatorium foliolosum Wall. ex DC.
Pluchea indica subsp. indica
Other Names
Thai: ຂູ່
Eng: Indian marsh fleabane
Botanical Description

ຕົ້ນໝາດເລືອດຈັດເປັນພັນໄມ້ຟຸ່ມຂະໜາດນ້ອຍ, ແຕກກິ່່ງກ້ານສາຂາຫຼາຍ, ລໍາຕົ້ນສູງ 0.5-2 ແມັດ, ລໍາຕົ້ນກົມເປືອກລໍາຕົ້ນລຽບເປັນສີນໍ້າຕານແດງ ຫຼື ຂຽວ, ລໍາຕົ້ນ ແລະ ກິ່ງກ້ານມີຂົນລະອຽດຂຶ້ນປົກຄຸມ, ເປັນພັນໄມ້ທີ່ມັກດິນເຂັມມີນໍ້າຂັງຕາມໜອງບຶງ, ຂະຫຍາຍພັນດ້ວຍການໃຊ້ແກ່ນ ແລະ ວິທີການປັກຊໍາ. ໃບເປັນໃບດ່ຽວອອກກົງກັນຂ້າມກັນ, ໃບມີຂະໜາດນ້ອຍ ແລະ ມີກິ່ນຂີວ, ລັກສະນະຂອງໃບເປັນຮູບໄຂ່ກັບ ຫຼື ຮູບຮີ, ປາຍໃບແຫຼມ ຫຼື ມີຕິ່ງສັ້ນໆ, ຂອບໃບຈັກເປັນຮູບແຂ້ວເລື້ອຍ ແລະ ແຫຼມ, ມີຂົນຂາວໆຂຶ້ນປົກຄຸມ, ໃບກວ້າງ 1.5-5 ຊັງຕິແມັດ ແລະ ຍາວ 2.5-9 ຊັງຕິແມັດ, ໃບມີເນື້ອຄ້າຍເຈ້ຍ. ອອກດອກເປັນຊໍ່ກົມສີຂາວ ຫຼື ສີມ່ວງ ໂດຍຈະອອກຕາມປາຍຍອດ ຫຼື ຕາມງ່າມໃບ, ດອກຂະໜາດນ້ອຍຈຳນວນຫຼາຍຊໍ່ມາຮວມກັນ, ມີລັກສະນະເປັນຝອຍສີຂາວນວນ ຫຼື ຂາວອົມມ່ວງ, ກີບຂອງດອກແບ່ງອອກເປັນວົງນອກ ແລະ ວົງໃນ, ກີບວົງນອກສັ້ນກວ່າກີບວົງໃນ. ໝາກເປັນໝາກແຫ້ງບໍ່ແຕກ, ມີລັກສະນະເປັນຮູບຊົງກະບອກຂະໜາດນ້ອຍ, ໝາກມີສັນ ຫຼື ຫຼ່ຽມ 10 ສັນ, ມີນ້ຳຢາງໃສໆ.

Description of Use

ປະໂຫຍດ:
   - ຍອດອ່ອນມີຣົດມັນໃຊ້ຮັບປະທານເປັນຜັກສົດກັບແຈ່ວ, ລາບ, ສ່ວນໃບອ່ອນນໍາໄປລວກໃຊ້ຮັບປະທານກັບແຈ່ວ ຫຼື ໃສ່ແກງ.
   - ດອກສາມາດນໍາໄປຍໍາຮວມກັບເນື້ອສັດຕ່າງໆໄດ້.
   - ໃບເມື່ອນໍາມາຕາກໃຫ້ແຫ້ງຈະມີກິ່ນຫອມຄ້າຍກິ່ນນໍ້າເຜິ້ງ ໃຊ້ມາຕົມກັບນໍ້າດື່ມ ຫຼື ຊົງເປັນຊາຈະຊ່ວຍຫຼຸດນໍ້າໜັກໄດ້.
   - ໃບສົດແກ່ນໍາມາຕໍາປະສົມກັບເກືອໃຊ້ກິນຮັກສາກິ່ນປາກ ແລະ ຊ່ວຍລະງັບກິ່ນຕົວ.
ສັບພະຄຸນ:
   - ໃບນໍາມາຕົ້ມກັບນໍ້າອາບຈະຊ່ວຍບໍາລຸງປະສາດ.
   - ທັງຕົ້ນນໍາມາຕົ້ມກິນເປັນຢາຮັກສາພະຍາດເບົາຫວານ, ສ່ວນໃບກໍ່ໃຊ້ຊົງດື່ມເປັນນໍ້າຊາກໍ່ມີສັບພະຄຸນຊ່ວຍຮັກສາພະຍາດເບົາຫວານໄດ້ເຊັ່ນກັນ.
   - ໃບໃຊ້ຊົງດື່ມແທນນໍ້າເປັນຊາມີສັບພະຄຸນຊ່ວຍຫຼຸດຄວາມດັນເລືອດ.
   - ໃບ ແລະ ຮາກ ຊ່ວຍຮັກສາໄຂ້ ແລະ ຊ່ວຍຂັບເຫື່ອ.
   - ໃບໃຊ້ຕົ້ມກັບນໍ້າອາບເປັນຢາບີບມົດລູກ.
   - ໃບ ແລະ ຕົ້ນອ່ອນນໍາມາຕົ້ມກັບນໍ້າອາບຈະຊ່ວຍຮັກສາຫິດ ແລະ ຂີ້ກາກ.
ຄຸນຄ່າທາງໂພສະນາການຂອງຍອດ ແລະ ໃບອ່ອນໝາດເລືອດ ຕໍ່ 100 ກຼາມ.
   - ພະລັງງານ 42 ແຄລໍຣີ
   - ຄາໂບໄຮເດດ 9.4 ກຼາມ
   - ໂປຼຕີນ 1.8 ກຼາມ
   - ໄຂມັນ 0.5 ກຼາມ
   - ນໍ້າ 86.0 ກຼາມ
   - ວິຕາມິນເອ 3,983 ໜ່ວຍສາກົນ
   - ວິຕາມິນບີ 1 0.02 ມິນລີກຼາມ
   - ວິຕາມິນຊີ 30 ມິນລີກຼາມ
   - ທາດເຫຼັກ 5.6 ມິນລີກຼາມ
   - ທາດຟອດຟໍຣັດ 49 ມິນລີກຼາມ
   - ທາດແຄວຊຽມ 256 ມິນລີກຼາມ

Contribute