ຫົວດອກເດືອກາບໂຄ້ງ

Use
Food
Income
Medicine
Ornamental
Scientific Name / Family
Amorphophallus kachinensis Engl. & Gehrm. / Araceae
Synonyms
Amorphophallus bannaensis H. Li.
Other Names
Botanical Description

ຫົວກົມ, ເສັ້ນຜ່າສູນກາງ 5-20 ຊັງຕິແມັດ, ຜິວລຽບ, ສີນ້ຳຕານ. ໃບດ່ຽວ, ກ້ານໃບຍາວ 20-100 ຊັງຕິແມັດ, ຜິວລຽບ, ກ້ຽງ, ສີຂາວເທົາ, ມີລວດລາຍສີຂຽວເຂັ້ມ, ສີນ້ຳຕານອົມແດງ, ສີເທົາ, ແຜ່ນໃບຮູບຮີ, ປາຍໃບແຫຼມ. ດອກເກີດເປັນຊໍ່ຈາກຫົວໃຕ້ດີນ, ຕັ້ງຊື່, ຍາວ 20-120 ຊັງຕິແມັດ, ສີ ແລະ ລາຍ ຄືກັບກ້ານໃບ, ກາບຫຸ້ມຊໍ່ດອກຍາວ 10-25 ຊັງຕິແມັດ, ເມື່ອບານເຕັມທີຈະພັບລົງມາປິດສ່ວນຂອງຊໍ່ດອກ, ດ້ານນອກສີຂຽວປົນສີນ້ຳຕານ, ມີຈຸດສີຂາວກະຈາຍ. ມີຂີດ ຫຼື ເສັ້ນສີມ່ວງແດງຕາມຄວາມຍາວຂອງກາບ, ສີກາບຫຸ້ມຊໍ່ດອກດ້ານໃນບໍລິເວັນໂຄນສີແດງເຂັ້ມມີເສັ້ນເລັກນ້ອຍ, ເປັນຕຸ່ມກົມຂະໜາດນ້ອຍກະຈາຍທົ່ວໄປ, ຊໍ່ດອກຍາວ 8-15 ຊັງຕິແມັດ, ສັ້ນກວ່າກາບຫຸ້ມດອກ, ຈະງອຍເກສອນຜູ້ມີລັກສະນະເດັ່ນຄ້າຍດອກບົວຕຸມ, ສີຂາວຄຣິມ ແລະ ບໍລິເວນສ່ວນໂຄນມີຮອຍວ້ຳເປັນຮ່ອງເລິກ. 

Description of Use

ກ້ານໃບອ່ອນເປັນອາຫານ ໂດຍຕັດເອົາກ້ານໃບອ່ອນນຳມາປອກເປືອກດ້ານນອກອອກ ແລ້ວນຳໄປລ້າງນ້ຳໃຫ້ສະອາດ ແລ້ວນຳໄປປຸງແຕ່ງອາຫານຕາມລາຍການທີ່ມັກເຊັ່ນ: ອ່ອມ, ແກງ ແລະ ໜື້ງ. ຫົວໃຊ້ສາມາດເຮັດເປັນແປ້ງເຂົ້າໜົມ ຫຼື ສາມາດຜະລິດເປັນແປ້ງ ເພື່ອນຳໄປເຮັດເຂົ້າໜົມຫວານປະເພດຕ່າງໆໄດ້.

Contribute