ກ້ານກາມນໍ້າ / Sea holly

Use
Medicine
Scientific Name / Family
Acanthus ebracteatus Vahl / Acanthaceae
Synonyms
Acanthus ilicifolius Lour.
Acanthus ilicifolius var. ebracteatus (Vahl) Benoist
Dilivaria ebracteata (Vahl) Pers
Other Names
Lao: ກ້ານກາມນໍ້າ
Thai: ເຫງືອກປາໝໍ
Eng: Sea holly, Thistleplike plan
Botanical Description

ຕົ້ນເຫງືອກປາໝໍ່ຈັດເປັນໄມ້ຟຸ່ມຂະໜາດນ້ອຍ, ມີຄວາມສູງ 1-2 ມ, ລໍາຕົ້ນແຂງ, ມີໜາມຢູ່ຕາມຂໍ້ຂອງລໍາຕົ້ນ, ຂໍ້ລະ 4 ໜາມ, ລໍາຕົ້ນກົມ, ຕັ້ງຊື່, ມີສີຂາວອົມຂຽວ. ໃບເປັນໃບດ່ຽວ, ລັກສະນະຂອງໃບມີໜາມແຫຼມຢູ່ຂອບໃບ ແລະ ປາຍໃບ, ຂອບໃບເວົ້າເປັນໄລຍະ, ຜິວໃບລຽບເປັນມັນ, ແຜ່ນໃບສີຂຽວ, ເສັ້ນໃບສີຂາວ, ໃບກວ້າງ 4-7 ຊັງຕິແມັດ ແລະ ຍາວ 10-20 ຊັງຕິແມັດ, ໃບຈະເກີດເປັນຄູ່ກົງກັນຂ້າມກັນ. ອອກດອກເປັນຊໍ່ຕັ້ງຕາມປາຍຍອດ, ດອກເປັນສີຂາວ, ຢູ່ດອກມີກີບຮອງດອກມີ 4 ກີບ, ກີບແຍກຈາກກັນ, ບໍລິເວນກາງດອກຈະມີເກສອນຜູ້ ແລະ ແມ່ຢູ່. ໝາກມີລັກສະນະເປັນຝັກສີນໍ້າຕານ, ຝັກມີລັກສະນະເປັນຊົງກະບອກ, ຮູບໄຂ່ ຫຼື ກົມຮີ, ເປືອກຝັກເປັນສີນໍ້າຕານ, ໃນຝັກມີແກ່ນ 4 ແກ່ນ.

Description of Use

ປະໂຫຍດ ແລະ ສັບພະຄຸນ:
    - ຮາກມີສັບພະຄຸນເປັນຢາບໍາລຸງປະສາດ.
    - ທັງຕົ້ນຊ່ວຍລະບົບຍ່ອຍອາຫານອາຫານ.
    - ທັງຕົ້ນຊ່ວຍຕ້ານພະຍາດມະເຮັງ.
    - ຮາກຊ່ວຍແກ້ ແລະ ບັນເທົາອາການໄອ, ຫຼື ຈະໃຊ້ແກ່ນນໍາມາຕົ້ມດື່ມແກ້ອາການໄອກໍ່ໄດ້.
    - ຕົ້ນຊ່ວຍຮັກສາພະຍາດວັນນະໂລກ.
    - ທັງຕົ້ນຊ່ວຍແກ້ປະຈໍາເດືອນບໍ່ປົກກະຕິຂອງແມ່ຍິງ, ດ້ວຍການໃຊ້ທັງຕົ້ນນໍາມາຕົ້ນນໍາມາຕໍາປະສົມກັບນໍ້າເຜິ້ງນໍ້າມັນງາ.
    - ທັ້ງຕົ້ນຊ່ວຍຮັກສາພະຍາດຜິວໜັງ.
ວິທີ ແລະ ປະລິມານທີ່ໃຊ້ເຮັດຢາ:
   1) ຮັກສາພະຍາດຜິວໜັງ, ແຜພຸພອງ ໂດຍໃຊ້ທັງຕົ້ນ 3-4 ກໍາມື, ລ້າງໃຫ້ສະອາດ, ຕັດໃຫ້ເປັນຕ້ອນນໍາໄປຕົ້ມນໍ້າແລ້ວໃຊ້ອາບເຊົ້າ-ແລງ, ເປັນເວລາ 1 ອາທິດ.

Contribute