ຕົ້ນສະຟາງ / Safang

Use
Food
Medicine
Ornamental
Shelter
Scientific Name / Family
Peltophorum dasyrrhachis (Miq.) Kurz / Fabaceae
Synonyms
Baryxylum dasyrrhachis Pierre
Caesalpinia dasyrhachis Miq.
Peltophorum dasyrhachis (Miq.) Baker
Peltophorum dasyrhachis var. dasyrhachis
Peltophorum dasyrrhachis var. dasyrrhachis
Other Names
Thai: ອະຣາງ
Eng: Copper pod
Botanical Description

ຕົ້ນສະຄາມຈັດເປັນໄມ້ຢືນຕົ້ນຂະໜາດໃຫຍ່, ມີຄວາມສູງຂອງຕົ້ນປະມານ 30 ມ, ຕົ້ນນ້ອຍມັກຈະແຕກກິ່ງເປັນຟ່ມ, ແຕ່ເມື່ອອາຍຸຫຼາຍຂຶ້ນຈະມີລັກສະນະຕັ້ງຊື່, ເປືອກຂອງລໍາຕົ້ນເປັນສີນໍ້າຕານ, ລໍາຕົ້ນຂ້ອນຂ້າງລຽບ ຫຼື ແຕກເປັນສະເກັດນ້ອຍໆ. ເປືອກດ້ານໃນເປັນສີນໍ້າຕານປົນແດງ, ຢູ່ກິ່ງ ແລະ ຍອດອ່ອນມີຂົນສີນໍ້າຕານແດງ. ໃບປະກອບແບບຂົນນົກສອງຊັ້ນອອກລຽງສະຫຼັບກັນ, ຊໍ່ໃບມີຄວາມຍາວປະມານ 15-40 ຊມ, ໃບມີຂະໜາດກວ້າງປະມານ 5-10 ມມ ແລະ ຍາວ 10-25 ມມ. ອອກດອກເປັນຊໍ່ແບບຫ້ອຍລົງສູ່ພື້ນດິນ ໂດຍອອກຕາມຊໍ່ໃບ, ຊໍ່ດອກມີຍາວ 15-30 ຊມ, ດອກເປັນສີເຫຼືອງ, ມີລັກສະນະດອກຕູມເປັນຮູບໄຂ່ກາບດອກມີ 5 ກີບ, ສ່ວນດອກມີກີບດອກ 5 ກີບ, ເມື່ອດອກບານເຕັ້ມທີ່ຈະມີຂະໜາດກວ້າງ 1.8-2 ຊມ ແລະ ດອກສະຄາມຈະບານໃນຊ່ວງເດືອນມັງກອນຫາເດືອນມີນາ. ໝາກເປັນຝັກແປ ຜິວລຽບ, ລັກສະນະຂອງໝາກເປັນຮູບບັນທັດແກມຮູບຫອກ, ຂະໜາດກວ້າງປະມານ 2-4 ຊມ ແລະ ຍາວປະມານ 10-15 ຊມ, ໝາກເມື່ອແຫ້ງຈະເປັນສີນໍ້າຕານແດງ ແລະ ແຕກອອກເປັນ 2 ຊີກ. 

Description of Use

ປະໂຫຍດ: 
  -  ນິຍົມປູກໃຊ້ປູກເປັນໄມ້ຟື້ນຟູປ່າ, ເນື່ອງຈາກເປັນໄມ້ໃຫຍ່ໄວ້, ຈື່ງເໝາະສໍາລັບການປູກເພື່ອຟື້ນຟູປ່າທີ່ເສື່ອມໂຊມ.
  -  ຕົ້ນສະຟາງສາມາດປູກເປັນໄມ້ປະດັບໄດ້.
  -  ເປືອກຕົ້ນທີ່ມີອາຍຸຫຼາຍໃຊ້ຮັບປະທານໄດ້ ໂດຍຂູດຜິວດ້ານໃນອອກມາແລ້ວຟັກໃຫ້ມຸ່ນໃສ່ໃນສົ້ມຕໍາຮ່ວມກັບໝາກນັດ ແລະ ໄຂ່ມົດແດງ.
  -  ເນື້ອໄມ້ສາມາດແປຮູບ ແລະ ຕົກແຕ່ງໄດ້ງ່າຍ ຈື່ງສາມາດນໍາມາໃຊ້ເຮັດເຄື່ອງເຮືອນ, ວັດສະດຸໃນການສ້າງບ້ານເຊັ່ນ: ວົງກົບປະຕູ, ປ່ອງຫຍຽມ ແລະ ຍັງໃຊ້ເປັນເຄື່ອງມື້ກະສິກໍາໄດ້ເປັນຢ່າງດີ.
ສັບພະຄຸນ:
  -  ເປືອກຕົ້ນມີລົດຝາດໃຊ້ຮັບປະທານຮັກສາພະຍາດກ່ຽວກັບເລືອດ.
  -  ເປືອກຕົ້ນໃຊ້ເປັນຢາເພື່ອຂັບລົມ.
  -  ເປືອກຕົ້ນໃຊ້ຕົ້ມດື່ມແກ້ອາການຖອກທ້ອງ.

Contribute