ແມງຊອນປີກສັ້ນ / Shortwinged mole cricket

Use
Food
Income
Scientific Name / Family
Neoscapteriscus abbreviatus (Scudder, 1869) / Gryllotalpidae
Synonyms
Scapteriscus abbreviates Scudder, 1869
Other Names
Thai: แมลงกระชอนปีกสั้น
Physical Description

ລັກສະນະທົ່ວໄປ: ແມງຊອນປີກສັ້ນເປັນແມງຊອນອີກຊະນິດໜຶ່ງທີ່ຄ້າຍຄືກັບແມງຊອນອັບຟຣິກາ ທີ່ປະຊາຊົນເຮົາສ່ວນຫຼາຍນິຍົມນໍາມາກິນເປັນອາຫານ,  ຮ່າງກາຍແບ່ງອອກເປັນ 3 ສ່ວນຄື: ສ່ວນຫົວ, ສ່ວນເອີກ ແລະ ສ່ວນທ້ອງ. ຂະໜາດຮ່າງກາຍປານກາງຫາໃຫຍ່ ຮູບຮ່າງກົມເປັນຮູບທໍ່ຍາວ (ຂະໜາດຮ່າງກາຍຍາວປະມານ 22-29 ມມ). ຮ່າງກາຍເປັນສີນໍ້າຕານແດງ, ພາກສວ່ນເອີກຂະໜາດໃຫຍ່ເປັນສີນໍ້າຕານມີຈຸດສີດຳເປັນຈຸດໆ, ພາກສວ່ນທ້ອງຂ້ອນຂ້າງສັ້ນຈະມີຈຸດສີດຳຂອງແຕ່ລະປ້ອງເປັນແຖວຍາວຕາມດ້ານເທິງຂອງທ້ອງ. ແມງຊອນປີກສັ້ນຈະບໍ່ຮ້ອງອອກສຽງແຕ່ຈະໃຊ້ການສັ່ນສະເທືອນປະມານ 1-5 ຄັ້ງ ໃນການກ້ຽວພາລາສີໃນແຕ່ລະຄັ້ງ. ໜວດສັ້ນ-ນ້ອຍແຕ່ມີປ້ອງຈໍານວນຫຼາຍ. ລັກສະນະໜວດ: 1 ຄູ່ ສັ້ນ ເປັນແບບເສັ້ນດ້າຍ (Filiform), ລັກສະນະປາກ: ແບບກັດກິນ  (Chewing type), ລັກສະນະປີກ: ເນື້ອປີກຂ້ອນຂ້າງໜາ 2 ຄູ່, ຄູ່ທໍາອິດຂ້ອນຂ້າງໜາ (Tegmina) ປົກຫຸມປີກຄູ່ຫຼັງ ແລະ ຄູ່ຫຼັງເປັນແຜນບາງໃສ (Membrane). ລັກສະນະຂາ: ມີ 3 ຄູ່ ເປັນແບບໄຕຄານ (Walking legs) ແຕ່ມີຂາຄູ່ໜ້າຈະມີຂະໜາດໃຫຍ່ເປັນຂາແບບຄັວດ(Digging leg), ຂາປ້ອງ Femur ມີຂະໜາດໃຫຍ່ແຂງແຮງ, ປ້ອງ Tibia ສັ້ນ ແລະ ມີໜາມແຂງ. ລັກສະນະຕາ: ຕາລວມ (Compound eyes) ຂະໜາດໃຫຍ່ 1 ຄູ່ ແລະ ຕາດ່ຽວຂ້ອນຂ້າງໃຫຍ່ (Ocelli). ແຫຼ່ງທີ່ພົບແມງຊອນ: ສາມາດພົບໄດ້ທົ່ວໄປຕາມດິນຕົມຕາມທົ່ງນາ, ຕາມແຄມແມ່ນໍ້າ, ຕາມກ້ອງຊາກເສດຕ່າງໆ. ອາຫານຂອງແມງຊອນ: ກິນໃບພືດ ແລະ ສັດເປັນອາຫານ (Omnivores).

Description of Use

ລາຄາຂາຍຕາມທ້ອງຕະຫຼາດ 35,000-50,000 ກີບ/ກິໂລກຼາມ.

Reproduction and Lifecycle

ການສືບພັນ (Reproduction): ການສືບພັນ ແລະ ວົງຈອນຊີວິດຂອງແມງຊອນປີກສັ້ນກໍ່ຄ້າຍຄືກັບແມງຊອນອັບຟຣິກາ ໂດຍອາໄສເພດຜູ້ ແລະ ເພດແມ່ ໃນການສືບພັນຂອງແມງຊອນຊະນິດນີ້ແມ່ນໃຊ້ການສັ່ນສະເທືອນຂອງຮ່າງກາຍໃນການກ້ຽວພາລາສີໃນການປະສົມພັນ ຊຶ່ງຊວງໄລຍະເວລາຂອງການສືບພັນຈະຢູ່ໃນລະຫວ່າງເດືອນ ເມສາ-ພຶດສະພາ ແຕ່ສາມາດໄຂ່ໄດ້ຕະຫຼອດປີ.
ໄລຍະໄຂ່ (Eggs): ແມງຊອນປີກສັ້ນຕົວແມ່ 1 ຕົວ ຈະວ່າງໄຂ່ປະມານ 80-120 ໜ່ວຍ, ກວ້າງປະມານ 2-3 ມມ, ຍາວປະມານ 1-1,7 ມມ. ໄຂ່ມີລັກສະນະສີຂີ້ເທົ່າຫາສີນໍ້າຕານຂຸ້ນມີຈຸດດໍາສອງຈຸດ, ຮູບຮ່າງຂອງໄຂ່ເປັນແບບແກ່ນໜາກຖົ່ວ. ສຳລັບການວ່າງໄຂ່ແມ່ນຈະເຈາະຮູລົງພື້ນດິນເປັນຮູໆ ທີ່ມີຄວາມເລິກຫາງຈາກໜ້າດິນປະມານ 5-30 ຊມ. ຊ່ວງໄລຍະເວລາທີ່ເປັນໄຂ່ຈະໃຊ້ເວລາປະມານ 10-40 ມື້ ຈຶ່ງແຕກມາເປັນໂຕອ່ອນ. 
ໄລຍະເປັນໂຕອ່ອນ (Nymphs): ລັກສະນະຂອງໂຕອ່ອນທີ່ແຕກອອກມາຈາກໄຂ່ໃໝ່ຈະເປັນສີຂາວອ່ອນ ແລະ ຮ່າງກາຍຈະກ່າຍມາເປັນສີດຳພາຍໃນ 24 ຊົວໂມງ. ໄລຍະທີ່ເປັນຕົວອ່ອນນີ້ຈະເຈາະຮູຢູ່ຫ່າງຈາກໜ້າດິນປະມານ 20-25 ຊມ. ແຕ່ຈະຂຶ້ນກັບສະພາບຂອງອາກາດ(ຮ້ອນ, ເຢັນ) ແລະ ຄວາມອ່ອນ ແລະ ແຂງຂອງດິນ. ການລອກຄາບຂອງແມງຊອນຈາກຕົວອ່ອນມາເປັນຕົວເຕັມໄວປະມານ 8-10 ຄັ້ງ. 
ໄລຍະໂຕເຕັມໄວ (Adults): ຂະໜາດຮ່າງກາຍປານກາງຫາໃຫຍ່ (ຂະໜາດຮ່າງກາຍປະມານ 22-29 ມມ). ຮ່າງກາຍເປັນສີນໍ້າຕານແດງ, ພາກສວ່ນເອີກຂະໜາດໃຫຍ່ເປັນສີນໍ້າຕານມີຈຸດສີດຳເປັນຈຸດໆ, ພາກສວ່ນທ້ອງຂ້ອນຂ້າງສັ້ນຈະມີຈຸດສີດຳຂອງແຕ່ລະປ້ອງເປັນແຖວຍາວຕາມດ້ານເທິງຂອງທ້ອງ. ຂາຄູ່ໜ້າເປັນຂາແບບຄັວດ, ປີກທັງ 2 ຄູ່ສັ້ນ, ຄູ່ໜ້າປົກຫຸມປີກຄູ່ຫຼັງ, ໜວດສັ້ນ-ນ້ອຍແຕ່ມີປ້ອງຈຳນວນຫຼາຍ. ແມງຊອນປີກສັ້ນບໍ່ສາມາດຜະລິດສຽງຮ້ອງໄດ້.

Contribute