ຕົ້ນຈີ່ນາຍກ້ອມຜູ້ / Camphor plant

Use
Medicine
Scientific Name / Family
Adenosma indianum (Lour.) Merr / Plantaginaceae
Synonyms
Adenosma capitatum (Benth.) Benth. ex Hance
Manulea indiana Lour.
Pterostigma capitatum Benth.
Other Names
ລາວ: ຕົ້ນຈີ່ນາຍກ້ອມຜູ້, ອີ່ຕູຄັງ
Thai: ກະຕ່າຍຈາມ
Eng: Camphor plant
Viet: bồ bồ,nhân trần ta, nhân trần bồ bồ, tuyến hương Ấn
Conservation Status
Least Concern
Botanical Description

ຕົ້ນຈີ່ນາຍກ້ອມຜູ້ເປັນພືດລົ້ມລຸກ, ລໍາຕົ້ນຕັ້ງຊື່, ສູງປະມານ 30-60 ຊມ. ຕາມລໍາຕົ້ນມີຂົນນຸ່ມຂຶ້ນປົກຄຸມຢູ່ໜາແໜ້ນ. ໃບອອກເປັນໃບດ່ຽວ, ຊື່ງຈະອອກເປັນວົງອ້ອມຮອບ, ໃບມີລັກສະນະຄືຮູບໄຂ່, ຍາວປະມານ 1-6 ຊມ. ດອກຈະອອກເປັນຊໍ່ ໂດຍຈະອອກຢູ່ຍອດ ຫຼື ຕາມງ່າມໃບ, ລັກສະນະຂອງດອກຈະເປັນຮູບຊົງກົມ, ມີຂະໜາດ 1 ຊມ. ກ້ານຊໍ່ດອກຍາວປະມານ 3-8 ຊມ, ດອກຍ່ອຍມີຂະໜາດນ້ອຍ ແລະ ມີຈໍານວນຫຼາຍ. ໝາກເປັນໝາກແຫ້ງ ແລະ ແຕກ. ໝາກມີລັກສະນະເປັນຮູບໄຂ່ ຍາວ 3-4 ມລມ, ສ່ວນແກ່ນກໍ່ມີລັກສະນະຄືໄຂ່ເຊັ່ນກັນ ແຕ່ມີຂະໜາດນ້ອຍກວ່າຫຼາຍ.

Description of Use

ຕົ້ນຈີ່ນາຍກ້ອມຜູ້ເປັນພືດທີ່ມີສັບພະຄຸນທາງຢາ, ເພິ່ນຈະນໍາໃຊ້ຕົ້ນຈີ່ນາຍກ້ອມຜູ້ທັງຕົ້ນມາຕົ້ມກັບນໍ້າໃຊ້ເປັນຢາແກ້ອາການເຈັບຫົວ, ເປັນລົມ...ນອກນີ້ຍັງເປັນຢາປົວຕັບອັກເສບ, ຊ່ວຍບໍາລຸງຕັບ.

Contribute