ເຄືອເຂືອງຄຳ / Dodder

Use
Food
Medicine
Scientific Name / Family
Cuscuta chinensis Lam. / Convolvulaceae
Synonyms
Cuscuta chinensis Lam.
Cuscuta chinensis var. applanata (Engelm.) Costea & Stefanov.
Cuscuta chinensis var. carinata (R. Br.) Engelm.
Cuscuta chinensis var. ciliaris (Hohen. ex Boiss.) Engelm.
Other Names
ລາວ: ຜັກຝອຍທອງ
ໄທ: ຝອຍໄໝ, ຜັກໄໝ, ຝອຍທອງ, ຜັກຝອຍທອງ, ທູໂພເຄາະກີ່
Botanical Description

ເຄືອເຂືອງຄຳເປັນພືດຈໍາພວກກາຝາກທີ່ຂື້ນເກາະພັນ ແລະ ດູດທາດອາຫານຈາກຕົ້ນໄມ້ອື່ນ. ລໍາຕົ້ນເປັນເສັ້ນກົມອ່ອນ ແຕກກິ່່ງກ້ານສາຂາຫຼາຍເປັນເສັ້ນຍາວ, ມີສີເຫຼືອງທອງ ຍາວປະມານ 100 ຊມ. ແລະ ມີຂະໝາດເສັ້ນຜ່ານສູນກາງບໍ່ເກີນ 1 ຊມ. ໃບເປັນເກັດຂະໝາດນ້ອຍໆ ເປັນຮູບສາມຫຼ່ຽມ, ມີຈໍານວນຫຼາຍ. ດອກອອກເປັນຊໍ່ສີຂາວມີກິ່ນຫອມຕອນເຊົ້າ, ດອກຍ່ອຍບໍ່ມີກ້ານ, ກາບດອກນ້ອຍກົມ, ສີຂາວ, ອວບນ້ຳ, ໂຄນເຊື່ອມຕິດກັນ, ປາຍແຍກ 5 ແສກ, ຍາວປະມານ 0.25-0.3 ຊມ, ກີບດອກສີຂາວ, ອວບນ້ຳ, ໂຄນເຊື່ອມຕິດກັນ, ຮູບຖ້ວຍຍາວປະມານ 0.2 ຊມ. ສ່ວນປາຍແຍກເປັນກີບນ້ອຍໆ 5 ກີບ, ກົມມົນ ເກສອນເພດຜູ້ມີ 5 ອັນ, ຖົງລະອອງເກສອນກົມຮີ, ເຕົ້າໄຂ່ມີ 2 ຫ້ອງແຕ່ລະຫ້ອງມີໄຂ່ອ່ອນ 2 ໃບ, ກ້ານເກສອນເພດແມ່ສັ້ນ 2 ອັນ, ປາຍເປັນຕຸ້ມ. ໝາກກົມແປ, ເສັ້ນຜ່າສູນກາງປະມານ 0.3 ຊມ, ສີເທົາ, ພາຍໃນມີແກ່ນ 2-4 ແກ່ນ, ກົມຮີ ຫຼື ກົມແປ, ມີເສັ້ນຜ່າສູນກາງປະມານ 0.15 ຊມ. ສີເຫຼືອງອົມເທົາ.

Description of Use

ຕົ້ນອ່ອນລວກ ຕົ້ມ ຫຼື ກິນເປັນຜັກສົດກັບນໍ້າແຈ່ວ. ໃຊ້ຍໍາໃສ່ໝາກເຂືອ ຫຼື ນໍາມາຊຸບແປ້ງທອດກິນກັບນໍ້າແຈ່ວກະປິ ແລະ ຕົ້ນແກ້ຮ້ອນໃນ, ຊ່ວຍຂັບນໍ້າເລືອດ, ແກ້ກະຫາຍນໍ້າ, ຂັບປັດສະວະ, ໄອເປັນເລືອດ, ບໍາລຸງຕັບ, ໝາກໄຂ່ຫຼັງ, ບໍາລຸງສາຍຕາ, ແກ້ປວດແອວ, ຂາ, ແກ້ກະຫາຍ, ຂັບລົມ. ຮັກສາແຜນຊໍ້າເຮືອ, ຖ່າຍເປັນເລືອດ. 

Contribute