ປິດປີ່ຂາວ / Ceylon leadwort

Use
Income
Medicine
Ornamental
Scientific Name / Family
Plumbago zeylanica L. / Plumbaginaceae
Synonyms
Findlaya alba Bowdich
Molubda scandens (L.) Raf.
Plumbagidium scandens (L.) Spach
Plumbago scandens L.
Plumbago viscosa Blanco
Plumbago zeylanica var. zeylanica
Thela alba Lour.
Other Names
Chinese: 白花丹 bai hua dan
Eng: Ceylon leadwort, doctorbush or wild leadwort
Botanical Description

ເປັນພືືດລົ້ມລຸກອາຍຸຫຼາຍປີ  ຫຼື ໄມ້ພຸ່ມ, ສູງ 1-3 ມ, ກິ່ງກ້ານມັກຍືນແຜ່ອອກ. ໃບດ່ຽວ, ຮູບໄຂ່, ຂອບໃບລຽບ, ປາຍໃບແຫຼມມີຕິ່ງຢູ່ສ່ວນປາຍ, ຖານໃບຮູບຫຼິ້ມ, ດອກອອກເປັນຊໍ່ແບບກະຈະ; ກ້ານດອກຍາວ 0.5-1.5 ຊມ, ມີຕ່ອມ; ໃບປະດັບຮູບໄຂ່ ຂະໜາດ 4-6 x 1.5-2 ມມ, ປາຍຮຽວແຫຼມ; ເສັ້ນໃບມີ 6-8 ຄູ່. ໃບປະດັບຍ່ອຍຮູບແຂບ ຂະໜາດ 2 x 0.5 ມມ, ວົງກາບດອກຂະໜາດ 1-1.2 ຊມ, ວົງກີບດອກສີຂາວເຖີງສີຂຽວອ່ອນ, ເປັນຫຼອດຍາວ 1.8-2.2 ຊມ, ປາຍແຍກເປັນ 5 ແສກ, ຮູບໄຂ່ປີ້ນ ຫຼື ຮູບຂອບຂະໜານແກມຮູບຫອກ, ຂະໜາດ 7 x 4 ມມ. ເກສອນຜູ້ມີ 5 ອັນ, ຖົງລະອອງເກສອນມີສີຟ້າ, ເຕົ້າໄຂ່ຮູບກັບສ້ວຍ, ມີ 5 ລ່ຽມ. ໝາກ ເປັນ  ໝາກແບບແຫ້ງແຕກ, ສີເຫຼືອງຈາງ ຫຼື ສີນ້ຳຕານ, ຮູບຂອບຂະໜານ. 

Description of Use

ປິ່ນປົວພະຍາດ: ແກ້ຂີ້ກາກ, ຂີ້ກ້ຽນ ແລະ ເປັນຢາຂັບປະຈຳເດືອນ, ສ່ວນທີ່ໃຊ້: ຮາກ, ວິທີການນຳໃຊ້: ແກ້ຂີ້ກາກ, ຂີ້ກ້ຽນແມ່ນໃຊ້ຮາກສົດ 1-2 ຮາກຕຳໃຫ້ລະອຽດ ປະສົມກັບນ້ຳ ຫຼື ເຫຼົ້າເລັກນ້ອຍແລ້ວທາບໍລິວຽນທີ່ເປັນ. ສຳລັບຢາຂັບປະຈຳເດືອນແມ່ນໃຊ້ຮາກແຫ້ງ 30 ກຣາມ ແລະ ຊີ້ນໝູສ່ວນທີ່ມີສີແດງ 60 ກຣາມ ຕົ້ມນ້ຳກິນ ແຕ່ຫ້າມໃຊ້ໃນຜູ້ຍິງຖືພາຈະເຮັດໃຫ້ແທ້ງລູກໄດ້ ເພາະມີລິດຮ້ອນ ແລະ ບີບມົດລູກ.
ການປູກຂະຫຍາຍພັນ: ປິດປີ່ຂາວເປັນວັດສະພືດທີ່ເກີດຂື້ນເອງຕາມທຳມະຊາດ ສາມາດຂະຫຍາຍພັນໄດ້ໂດຍການກ້າແກ່ນ. 

Contribute