ຄະຍອມແມ່ / Indian snakeroot

Use
Medicine
Ornamental
Scientific Name / Family
Rauvolfia serpentina (L.) Benth. ex Kurz / Apocynaceae
Synonyms
Ophioxylon album Gaertn.
Ophioxylon obversum Miq.
Ophioxylon salutiferum Salisb.
Ophioxylon serpentinum L.
Ophioxylon trifoliatum Gaertn.
Rauvolfia obversa (Miq.) Baill.
Rauvolfia serpentina var. obversa (Miq.) Bakh.f.
Rauvolfia trifoliata (Gaertn.) Baill.
Other Names
Chinese: 蛇根木 [she gen mu]
Eng: Indian snakeroot or devil pepper
Botanical Description

ເປັນໄມ້ພຸ່ມຂະໜາດນ້ອຍ, ສູງບໍ່ເກີນ 50 ຊມ, ລຳຕົ້ນມັກຄົດງໍ, ແຕກກີ່ງງ່າ, ທຸກພາກສ່ວນມີຢາງສີຂາວ. ໃບເປັນໃບດ່ຽວ, ຈັບຮຽງກົງກັນຂ້າມກັນສະລັບຕັ້ງສາກ, ແຜ່ນໃບໜາ, ໃບຮູບຮີແກມຮູບໃບຫອກ, ຂອບໃບລຽບ, ປາຍໃບແຫຼມ, ຖານໃບສອບ, ໃບກວ້າງ 1.5-10 ຊມ, ຍາວ 5-21 ຊມ, ເສັ້ນໃບຍ່ອຍມີ 8-10 ຄູ່. ດອກ ອອກເປັນຊໍ່ທີ່ປາຍຍອດ, ຊໍ່ດອກແບບກະຈະ, ກ້ານຊໍ່ດອກຍາວ 3-7 ຊມ, ກ້ານດອກຍາວ 1-2 ຊມ, ກາບດອກໄຂ່ ສີຂາວ ກວ້າງ 1-3 ຊມ, ຍາວ 3-7 ຊມ, ບໍ່ມີຂົນ, ກີບດອກຖານເຊື່ອມຕິດກັນເປັນຫຼອດສີບົວເຂັ້ມເຖີງສີແດງ, ຍາວ 1-1.8 ຊມ, ປາຍແຍກເປັນ 5 ແສກ, ສີຂາວ ດ້ານນອກກ້ຽງ, ດ້ານໃນມີຂົນນຸ່ມໆເລັກນ້ອຍ. ໝາກ ກົມບາງຄັ້ງຕິດກັນເປັນແຝດທີ່ຖານ, ໝາກອ່ອນສີຂຽວເມື່ອສຸກຈະເປັນສີດຳ.

Description of Use

ປິ່ນປົວພະຍາດ: ເປັນຍາແກ້ໄຂ້, ແກ້ທ້ອງບິດ ແລະ ຖອກທ້ອງ. ສ່ວນທີ່ໃຊ້: ຮາກ, ວິທີການນຳໃຊ້: ໃຊ້ຮາກຕົ້ມກິນ ອາການຂ້າງຄຽງ ຈະເຮັດໃຫ້ຕັນດັງ ຢາກນອນ ແລະ ໜ້າແດງ.
ການປູກຂະຫຍາຍພັນ: ຄະຍອມແມ່ ຂະຫຍາຍພັນໂດຍການກ້າແກ່ນ ແລະ ປູກໃນດິນຜຸຜຸ່ຍທີ່ມີທາດອາຫານສົມບູນ.

Contribute