ສັດເຄີ່ງບົກເຄີ່ງນ້ຳ

ສັດເຄີ່ງບົກເຄີ່ງນ້ຳ (Amphibian) ເປັນສັດມີກະດູກສັນຫຼັງທີ່ຈັດຢູ່ໃນເລົ່າ Amphibia ພວກມັນອາໄສຢູ່ໄດ້ທັ້ງໃນນ້ຳ ແລະ ເທີງບົກ. ມັນມີລັກສະນະສະເພາະຄືຜິວໜັງມີຕ່ອມເມືອກເຮັດໜ້າທີເຮັດໃຫ້ຜິວໜັງຊຸ່ມຊື່ນຕະຫຼອດເວລາ, ຜິວໜັງເປືອກຊຸ່ມຢູ່ສະເໝີ, ບໍ່ມີເກັດຫຸ້ມ ຫຼື ຂົນ. ຫາຍໃຈດ້ວຍຟັນຟືມ, ປອດ, ແລະ ຜິວໜັງ. ໂດຍຊັ້ນຜິວໜັງນັ້ນມີລັກສະນະພິເສດສາມາດແລກປ່ຽນອອກຊີເຈນໄດ້ເນື່ອງຈາກມີໂຄງສ້າງເປັນຕາໜ່າງຫຼອດເລືອດຝອຍຈຳນວນຫຼາຍເພື່ອໃຊ້ໃນການຫາຍໃຈ. ສືບພັນໂດຍການປະສົມພັນພາຍນອກລຳຕົວ, ສືບພັນເມື່ອອາຍຸ 2-3 ປີ, ອອກລູກເປັນໄຂ່ຢູ່ໃນນ້ຳ. ບໍ່ມີເປືອກຫຸ້ມໄຂ່, ວາງໄຂ່ເປັນກຸ່ມໃນນ້ຳມີທາດເປັນວຸ້ນຫຸ້ມໄຂ່. ລູກອ່ອນທີ່ອອກຈາກໄຂ່ມີຮູບຮ່າງລັກສະນະຄ້າຍປານ້ອຍ ເອີ້ນວ່າ ຮວກ ອາໄສຢູ່ໃນນ້ຳ, ຫາຍໃຈດ້ວຍຟັນຟືມ, ເມື່ອໃຫຍ່ເຕີມທີ່ແລ້ວມີປອດເປັນອະໄວຍະວະຫາຍໃຈ, ສາມາດຂຶ້ນຢູ່ເທີງເບີກໄດ້ ແລະ ຢູ່ໃນນ້ຳໄດ້. ສັດພວກນີ້ສ່ວນຫຼາຍຈະມີການປ່ຽນແປງຮູບຮ່າງທັ້ງພາຍນອກ ແລະ ພາຍໃນຢ່າງສີ້ນເຊິ່ງ ໄປຕາມແຕ່ລະວົງຈອນຊີວິດ, ຕົວອ່ອນອາໄສຢູ່ໃນນ້ຳ, ຫາຍໃຈດ້ວຍຟັນຟືມ, ເມື່ອເປັນຕົວໃຫຍ່ປ່ຽນຮູບຮ່າງອາໄສຢູ່ເທີງບົກ ແລະ ຫາຍໃຈດ້ວຍປອດ ຫຼື ຜິວໜັງ.  ໂດຍສະເພາະໃນຊ່ວງລະດູແລ້ງ, ໃນລະຫວ່າງຊ່ວງລະດູໜາວຫາລະດູຮ້ອນ, ພວກມັນຈະຢູ່ໂພ່ງດິນໃກ້ກັບແມ່ນ້ຳເພື່ອພັກຕົວ ບໍ່ໃຫ້ຜິວໜັງແຫ້ງ, ຖ້າຜິວແຫ້ງຈະຫາຍໃຈບໍ່ໄດ້ ແລະ ຕາຍໃນທີ່ສຸດ, ເພາະອາກາດຕ້ອງລະລາຍໄປກັບນ້ຳເມືອກທີ່ຜິວໜັງ ແລ້ວຈື່ງໄຫຼເຂົ້າສູ່ກະແສເລືອດ, ໃນໄລຍະຈຳສີນຈະອາໄສອາຫານທີ່ສະສົມໄວ້ໃນຮ່າງກາຍ. ສັດເຄີ່ງບົກເຄີ່ງນ້ຳທັ້ງໝົດເປັນສັດເລືອດເຢັນ ເຊັ່ນດຽວກັບສັດພວກປາ ຫຼື ແມງໄມ້ ແລະ ສັດເລືອຄານ. ປະຈຸບັນນັກອະນຸກົມວິຖານຂອງສັດເລົ່ານີ້ໃຫ້ຮູ້ວ່າທົ່ວໂລກມີຈຳນວນ 6500 ຊະນິດ.

Contribute