ປາ / Fish

ປາເປັນສັດນ້ຳທີ່ມີຄວາມສຳຄັນຕໍ່ການດຳລົງຊີວິດຂອງປະຊາຊົນລາວ ທີ່ອາໄສຢູ່ຕາມລ່ອງແມ່ນ້ຳ, ເພາະສະດວກໃນການທຳມະຫາກີນຕາມສາຍນ້ຳຕ່າງໆ ແຕ່ເໜືອຮອດໃຕ້ຂອງປະເທດ. ໃນ ສປປ ລາວ ແມ່ນມີຄວາມຫຼາກຫຼາຍທາງດ້ານສາຍພັນ ແລະ ຊະນິດທີ່ມີການຕິດພັນກັບສາຍນ້ຳຕ່າງໆ. ປະຈຸບັນ ລາຍຊື່ຊະນິດປາໄດ້ມີການລາຍງານວ່າມີ ຈຳນວນ 500 ຊະນິດ (Fishbase, 2019) ແລະ ເປັນປະເທດທີ່ມີສາຍນ້ຳທີ່ມີຢູ່ຢ່າງໜາແໜ້ນ, ແຕ່ພູສູງຈົນຮອດທົ່ງພຽງ, ຈົນເຖີງແມ່ນ້ຳຂະໜາດນ້ອຍ, ຫ້ວຍ, ໜອງ, ບືງ ແລະ ທົ່ງນາເຂົ້າໃນຊ່ວງລະດູການ ຈະພົບປາຊະນິດຕ່າງໆຂື້ນມາວາງໄຂ່ ຈົນຮອດຈະເລີນເຕີບໂຕເປັນປາຮາມ ແລ້ວເຄື່ອນຍ້າຍໄປຫາສູ່ແມ່ນ້ຳໃຊ້ໃນຊ່ວງລະດູຝົນ. ໃນລະບົບຖານຂໍ້ມູນພາເຂົ້າລາວຈະໄດ້ນຳສະເໜີຂໍ້ມູນປາບາງຊະນິດທີ່ໄດ້ລວບລວມຈາກການຄົ້ນຄວ້າຂອງອົງການ, ສະຖາບັນ ແລະ ວາລະສານວິທະຍາສາດຕ່າງໆ ເຂົ້າຢູ່ໃນລະບົບນີ້.

Contribute