NAFRI Anniversary 20th

Apr 25
2019
-
28
Location
ບ້ານໜອງວຽງຄຳ ເມືອງ ໄຊທານີ (ໜ້າບ້ານພັກຊີເກມ, ເຂດດົງໂດກ)
NAFRI

?ເນື່ອງໃນໂອກາດ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ຮັບການສ້າງຕັ້ງຂຶ້ນ ມີກຳນົດຄົບຮອບ 20 ປີ ໃນເດືອນເມສາ 2019 ທີ່ຈະມາເຖິງນີ້.ສະນັ້ັ້ນ ທາງສະຖາບັນຈຶ່ງໄດ້ຈັດງານສະເຫຼີມສະຫຼອງວັນສ້າງຕັ້ງສະຖາບັນຂຶ້ນ ໃນລະຫວ່າງ ວັນທີ 25-28 ເມສາ 2019.

⭕ໃນງານດັ່ງກ່າວມີກິດຈະກຳທີ່ຫຼາກຫຼາຍເປັນຕົ້ນແມ່ນ: 

? ງານສຳມະນາທາງດ້ານວິຊາການຈາກການບັນຍາຍຂອງນັກຄົ້ນຄວ້າທີ່ດີເດັ່ນ ແລະ ຊ່ຽວຊານຈາກຕ່າງປະເທດຫຼາຍກວ່າ 30 ຫົວຂໍ້
? ງານວາງສະແດງ ແລະ ການສາທິດຕົວຈິງ ແລະ ການຖາມຕອບບັນຫາທາງດ້ານວິຊາການເຕັກນິກທາງດ້ານການປູກຝັງ, ລ້ຽງສັດ ແລະ ປ່າໄມ້
? ການແຈກຢາຍເອກະສານ, ຄູ່ມື, ສື່ສິ່ງພິມ ແລະ ຂອງລາງວັນຕ່າງໆ
? ຈຳໜ່າຍແນວພັນພືດ, ແນວພັນສັດ, ຜົນຜະລິດກະສິກຳທັງສົດ ແລະ ປຸງແຕ່ງຈາກບັນດາສູນຄົ້ນຄວ້າພາກສ່ວນເອກະຊົນ, ຊາວກະສິກອນ

? ສະຖານທີ່: ບ້ານໜອງວຽງຄຳ ເມືອງໄຊທານີ (ໜ້າບ້ານພັກຊີເກມ, ເຂດດົງໂດກ)

⏰ ເວລາ 9:00 - 19:00 ໂມງ

Contribute